ໂດຍຕອບສະໜອງຕາມຄຳ ເຊີນຂອງພະນະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 13-14 ກຸມພາ 2023, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ສໍາ ນັກງານນາຍົກລັດຖະມົນຕີໃນຕອນບ່າຍຂອງວັນທີ 13 ກຸມພາ 2023; ຈາກນັ້ນ, ກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນຝ່າຍລາວນໍາໂດຍພະນະ ທ່ານ ສອນໄຊ ສີພັນດອນ ແລະ ຄະນະຜູ້ແທນຝ່າຍກໍາປູເຈຍ ນໍາ ໂດຍສົມເດັດອັກຄະມະຫາ ເສນາ ບໍດີເຕໂຈ ຮຸນແຊນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານລະຫວ່າງປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ດ້ານການເງິນ, ດ້ານພະລັງງານໄຟຟ້າ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານວັດທະນະທໍາ-ສັງຄົມ ແລະ ການທ່ອງທ່ຽວ, ດ້ານວຽກງານຊາຍ ແດນ ແລະອື່ນໆ.

ພ້ອມນີ້, ສອງຝ່າຍໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກ ລະດັບໃຫ້ມີປະສິດທິພາບ ແລະ ປະສິດທິຜົນນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນດ້ານຕ່າງໆຢ່າງໜັກແໜ້ນ ເປັນຕົ້ນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນ ແລະອື່ນໆ; ຊູກຍູ້ເພີ່ມທະວີການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການເຊື່ອມໂຍງຄົມມະນາຄົມ ແລະ ການທ່ອງທ່ຽວ, ການສຶກສາ, ວັດທະນະທໍາ-ສັງຄົມ, ສາທາລະນະສຸກ ແລະອື່ນໆ; ສືບຕໍ່ປະສານສົມທົບກັນໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ນອກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ, ທັງຢືນຢັນວ່າພັກ, ລັດ ແລະ ປະຊາຊົນລາວຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມທີ່ມີມາແຕ່ດົນນານຂອງສອງປະທດໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມສປປລາວ ຢ່າງເປັນທາງການຂອງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ໃນຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີງາມລະຫວ່າງສອງປະເທດລາວ -ກໍາປູເຈຍ ໃຫ້ມີຄວາມແໜ້ນແຟ້ນ,ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວ ກັນນັ້ນ, ກໍໄດ້ອວຍພອນໃຫ້ການ ພົວພັນຮ່ວມມືລະຫວ່າງສອງປະເທດລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຂຽວສົດງົດ ງາມ ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດຢ່າງແທ້ຈິງ.

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນລົງນາມເອກະສານ 2 ສະບັບ ຄື: ສົນທິສັນຍາວ່າດ້ວຍການກໍານົດຊາຍແດນລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ທີ່ໄດ້ສຳເລັດການປັກຫຼັກໝາຍສຳເລັດ 86%, ເຊິ່ງເປັນເອກະສານສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ແກ້ໄຂບັນຫາເສັ້ນຊາຍແດນທີ່ຍັງເຫຼືອບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດ ແລະ ແຜນປະຕິບັດງານຮ່ວມ ( Action Plan) ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ແຕ່ປີ 2023-2027, ເຊິ່ງຈະເປັນການສ້າງເງື່ອນໄຂທີ່ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນເພີ່ມທະວີການພົວພັນດ້ານເສດຖະ ກິດການຄ້າ, ການລົງທຶນ, ວຽກງານການກໍານົດ ແລະ ປັກຫຼັກໝາຍຊາຍແດນ, ການຮ່ວມມືກັນໃນລະດັບພາກພື້ນ ແລະ ສາກົນອື່ນໆ. ພ້ອມນີ້, ສອງນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ ກໍໄດ້ ເປັນສັກຂີພິຍານພິທີລົງນາມບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ກຳປູ ເຈຍ ແລະ ກໍາປູເຈຍ-ລາວ.

ໃນໂອກາດດຽວກັນນີ້, ກໍໄດ້ມີພິທີປະດັບຫຼຽນຂອງລັດຖະບານແຫ່ງ ສປປ ລາວ ໃຫ້ແກ່ຄະນະຜູ້ແທນຈາກຣາຊະອານາຈັກກໍາປູເຈຍ, ເຊິ່ງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດປະດັບຫຼຽນໃຫ້ແກ່ບັນດານັກທຸລະກິດກໍາປູເຈຍ ທີ່ປະກອບສ່ວນໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19, ດັ່ງນີ້: ຫຼຽນໄຊພັດທະນາຊັ້ນ I ຈໍານວນ 4 ທ່ານ ຄື: ທ່ານ KITH Meng ປະທານ ບໍລິສັດ Royal Group, ທ່ານ LEANG Meng ປະທານບໍລິ ສັດ Chip Mong Group, ທ່ານ CHEN Zhi ປະທານບໍລິສັດ Prince Holding Group ແລະ ທ່ານ LENG Navatra ປະທານ ບໍລິສັດ Galaxy Navatra Group; ຫຼຽນໄຊພັດທະນາຊັ້ນ II ຈໍານວນ 2 ທ່ານຄື: ທ່ານ ING Bun Hoaw ປະທານບໍລິສັດ ING Holding Group ແລະ ທ່ານ THAY Chea Huoth ປະທານບໍລິສັດ Borey Peng Huoth; ຫຼຽນກາມິດຕະພາບຈໍານວນ 1 ທ່ານຄື: ທ່ານ LEE Hong ຮອງປະທານສະມາຄົມມິດຕະພາບກໍາປູເຈຍ-ລາວ.

ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫຼຽນໄຊລ້ານຊ້າງ ໃຫ້ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກກໍາປູເຈຍ.

ໃນວັນດຽວກັນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ພ້ອມຄະນະຜູ້ແທນຂັ້ນສູງ ກໍໄດ້ເດີນທາງໄປວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະລະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ.

ຈາກນັ້ນ, ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະກໍໄດ້ເຂົ້າພົບປະທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.