ວັນທີ 8 ກຸມພາ 2023, ອົງຄະນະພັກກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມເປີດກວ້າງ ຄັ້ງທີ V ສະໄໝທີ III ເພື່ອເປັນການສະຫຼຸບຕີລາຄາຄືນໝາກຜົນຂອງການຊີ້ນໍາ-ນຳພາທາງດ້ານການເມືອງແນວຄິດ ແລະ ວຽກງານວິຊາສະເພາະໄລຍະ 6 ເດືອນຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ອິນສົມ ທໍາລະສິນ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.

ສະຫາຍ ພົຈວ ອິນສົມ ທໍາລະສິນ ໃຫ້ຮູ້ວ່າ: ອົງຄະນະພັກກອງບັນຊາການ ປກສ ແຂວງ ມີ 8 ຄະນະພັກຮາກຖານ, ມີ 42 ໜ່ວຍພັກ, ມີສະມາຊິກໜ່ວຍພັກ ທັງໝົດ 770 ສະຫາຍ ຍິງ 178 ສະຫາຍ, ສະມາຊິກພັກສໍາຮອງ 39 ສະຫາຍ ຍິງ 10 ສະຫາຍ; ໃນນັ້ນ, ໄດ້ນໍາພາດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນໍາພາ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເລີ່ມແຕ່ຕົ້ນເດືອນກັນຍາ 2022 ຫາທ້າຍເດືອນທັນວາ 2022 ສາມາດມ້າງຄະດີຢາເສບຕິດໄດ້ 159 ເລື່ອງ, ກັກຜູ້ຖືກຫາໄດ້ 215 ຄົນ ຍິງ 21 ຄົນ, ຢຶດຂອງກາງຢາບ້າໄດ້ 149.972 ເມັດ, ຢາຝິ່ນ 43,70 ກຼາມ, ຢາໄອສ໌ 1,38 ກຼາມ, ໂທສະສັບ 15 ໜ່ວຍ, ລົດຈັກ 5 ຄັນ ແລະ ລົດໃຫຍ່ 2 ຄັນ. ນອກນັ້ນ, ວຽກງານອື່ນໆກໍໄດ້ນໍາພາເຮັດສໍາເລັດຫຼາຍດ້ານ.

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ວາງທິດທາງແຜນການ 6 ເດືອນຕໍ່ໜ້າ ເປັນຕົ້ນແມ່ນຈະໄດ້ສືບຕໍ່ນໍາພາດ້ານການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດດ້ວຍຫຼາຍຮູບແບບ ແລະ ວິທີການ, ຖືສໍາຄັນວຽກງານກວດກາແກ້ໄຂບັນຫາປະກົດການ ຫຍໍ້ທໍ້ພາຍໃນສັງຄົມເປັນບັນຫາສຳຄັນ ເພື່ອເຮັດໃຫ້ພາຍໃນແຂວງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມມີຄວາມສະຫງົບ-ປອດໄພ.