ໃນວັນທີ 16 ກຸມພາ 2023, ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງປະທານສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານຂອງ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີຮອງປະທານ ພ້ອມດ້ວຍພະນັກງານນຳພາ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍ ການແຕ່ງຕັ້ງ ຮອງປະທານສານປະຊາຊົນສູງສຸດ ດັ່ງນີ້:

  • ແຕ່ງຕັ້ງ ທ່ານ ຄູນ ຜາສຸກ ຄະນະປະຈຳພັກ, ຜູ້ພິພາກສາຊັ້ນສີ່, ສະມາຊິກສະພາຜູ້ພິພາກສາ, ຫົວໜ້າຄະນະສານແພ່ງ ສານປະຊາຊົນສູງສຸດ ເປັນ ຮອງປະທານສານປະຊາຊົນສູງສຸດ
  • ແຕ່ງຕັ້ງ ທ່ານ ອານົງ ຍອຍສາຍຄຳ ກຳມະການຄະນະບໍລິຫານງານພັກ, ປະທານກວດກາຄະນະພັກ, ຫົວໜ້າກົມກວດກາ ສານປະຊາຊົນສູງສຸດ ເປັນ ຮອງປະທານສານປະຊາຊົນສູງສຸດ

ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ໂອ້ລົມສະແດງຄວາມຊົມເຊີຍຕໍ່ 2 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕ້ອງພ້ອມກັບໝູ່ຄະນະປະທານ ເພື່ອປະຕິບັດມະຕິ, ຄຳສັ່ງ, ນິຕິກຳທີ່ກ່ຽວຂ້ອງກ່ຽວກັບການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະ, ຈົ່ງໄດ້ພ້ອມກັນເອົາໃຈໃສ່ຢ່າງແຂງແຮງຕໍ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ຜູ້ພິພາກສາ ຕົ້ນຕໍແມ່ນທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນ-ຈັນຍາທໍາ.

ພ້ອມນີ້, ກໍຕ້ອງສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະ, ວິຊາການ ໃຫ້ນັບມື້ນັບສູງຂຶ້ນ, ເຮັດໃຫ້ພະນັກງານ ມີຄວາມຈົງຮັກພັກດີຕໍ່ການຈັດຕັ້ງພັກ-ລັດ, ສັດຊື່ບໍລິສຸດຮັບໃຊ້ປະຊາຊົນດ້ວຍຄວາມຈິງໃຈ, ມີຄວາມເປັນທໍາ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ, ມີການກວດກາຕິດຕາມ, ປະເມີນພະນັກງານຢ່າງເປັນປົກກະຕິ ແລະ ໃຫ້ມີການສັງເກດຕີລາຄາຄືນ ຢ່າງເປັນລະບົບຕໍ່ເນື່ອງ.