ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນກໍາລັງຢູ່ກອງບັນຊາການ ປກສ ແຂວງຈໍາປາສັກ ໃນວັນທີ 13 ກຸມພາ 2023, ມີພັອ ຈັນທາ ວັນນະແສງ ຫົວໜ້າກົມປ້ອງກັນກຳລັງ ກະຊວງ ປກສ ແລະ ພັທ ວິຊຽນ ດວງຄຳ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຄະນະພັກ-ຄະນະບັນຊາຈາກຫ້ອງການເມືອງ, ຫົວໜ້າ-ຮອງພະແນກຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັຕ ສີສະໄໝ ໄຊຍະວົງ ຫົວໜ້າພະແນກກວດກາປ້ອງກັນກຳລັງ ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ລາຍງານກ່ຽວກັບວຽກງານຄຸ້ມຄອງປ້ອງ ກັນກຳລັງປະຈຳປີ 2022 ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາໃຫ້ພະນັກງານ, ສະມາຊິກພັກໃນແຕ່ລະເຫຼົ່າຮົບວິຊາສະເພາະເຄື່ອນໄຫວເຮັດໜ້າທີ່ຢ່າງຕັ້ງໜ້າ, ເດັດຂາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ສາມາດເຮັດໃຫ້ແຂວງຈຳປາສັກ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ນອກນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ກຳລັງປະຕິບັດ ຕາມລະບຽບກົດໝາຍຂອງລັດ, ກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ, ສຶກສາອົບຮົມໃຫ້ກຳລັງເອົາໃຈໃສ່ໃນການປະຕິບັດຕາມລະບຽບຂອງກົມກອງ ກໍຄືການປະຕິບັດ 7 ລະບອບ 18 ວຽກຂອງກຳລັງປ້ອງກັນຄວາມສະຫງົບ, ເຊິ່ງສະແດງອອກໃນການປະຕິບັດໂມງເຂົ້າການ-ເລີກການ, ການນຸ່ງຖືຖືກຕ້ອງຕາມກຳນົດຂອງກະຊວງ, ເຮັດໃຫ້ກຳລັງມີລະບຽບວິໄນຢ່າງເຂັ້ມງວດໃນທຸກດ້ານ. ພ້ອມນັ້ນ, ວຽກງານກວດກາປ້ອງກັນກຳລັງ ປກສ ແຂວງ ຍັງໄດ້ປະສານສົມທົບກັບແຕ່ລະກົມກອງໃນການກວດກາຄຸນນະພາບຂອງກຳລັງ, ກວດກາບັນດານາຍ ແລະ ພົນຕຳຫຼວດທີ່ເຄື່ອນໄຫວຜິດລະບຽບ ແລະ ມີປະກົດການຫຍໍ້ທໍ້ຢູ່ບັນດາ ປກສ 9 ກອງເມືອງ 1 ນະຄອນ ແລະ ອ້ອມຂ້າງກອງ ບັນ ຊາການ ປກສ ແຂວງ ຄື: ໄດ້ຮັບແຈ້ງຄວາມຈາກກະຊວງ 4 ສະບັບ, ເຮັດຂໍ້ຕົກລົງຂອງກອງບັນຊາການ ແລະ ແຜນເຄື່ອນໄຫວໄດ້ 25 ສະບັບ, ເຮັດແຈ້ງການ 20 ສະບັບ, ເຮັດບົດລາຍງານສະພາບປະກົດການຫຍໍ້ທໍ້ຕ່າງໆໄດ້ 35 ຄັ້ງ, ເຮັດບົດສະຫຼຸບ 20 ຄັ້ງ, ລົງກວດກາເກັບກຳຂໍ້ມູນສະພາບປະກົດ ການຫຍໍ້ທໍ້ຕ່າງໆຢູ່ບັນດາຫ້ອງ ແລະ ກອງບັນຊາການ ປກສ ເມືອງ 30 ຄັ້ງ, ມີ 70 ສະຫາຍ, ໄດ້ຮັບຮ້ອງຟ້ອງ-ຮ້ອງທຸກ, ຄຳສະເໜີ 4 ສະບັບ, ກວດ ກາຕາມເຫດການທັງໝົດ 47 ເລື່ອງ, ມີຈຳນວນ 61 ສະຫາຍ ຍິງ 3 ສະ ຫາຍ.

ພົຈວ ແອນ ອຸ່ນອານົງນຸດ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງຈໍາປາສັກ ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງນຳພາ-ແນວຄິດຢເນື່ອງ, ເອົາໃຈໃສ່ຊຸກຍູ້ວຽກງານວິຊາສະເພາກຳລັງຂອງແຕ່ລະໜ່ວຍງານ ແລະ ວິຊາການຕິດຕາມກວດກາບັນດາໜ້າວຽກທີ່ໄດ້ມອບໝາຍໃຫ້ບັນດາບຸກຄົນຮັບຜິດຊອບໄດ້ຮັບຜົນສຳເລັດໂດຍຕິດພັນກັບການກໍ່ສ້າງພັກກໍ່ສ້າງນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມຮູ້-ຄວາມສາມາດສູງ, ເພີ່ມທະວີວຽກງານກວດກາໃຫ້ ເປັນລະບົບຕໍ່ເນື່ອງຕາມພາລະບົດ ບາດ ນິຕິກຳຕົວຈິງ ແລະ ພ້ອມກັນ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ຕ່າງໆໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.