ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ, ສັບຊ້ອນນາຍ ແລະ ພົນຕໍາຫຼວດ ໃນວັນທີ 17 ກຸມພາ 2023, ໂດຍການເປັນປະທານຂອງ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະບັນຊາກົມ, ພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 208/ປກສ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ເຊິ່ງໄດ້ປະກາດແຕ່ງຕັ້ງດັ່ງນີ້:

  • ພັທ ໜູໄຊ ຄອນສະຫວັນ ເປັນ ຮອງຫົວ ໜ້າຫ້ອງການເມືອງ
  • ພັທ ຈັນປະເສີດ ສີພັນດອນ ແລະ ພັທ ທອງວຽງ ໄຊຍະຈັນ ເປັນ ຮອງຫົວໜ້າກົມຕຳຫຼວດເສດຖະກິດ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ນອກນັ້ນ, ຍັງໄດ້ມີການສັບຊ້ອນນາຍ ແລະ ພົນຕໍາຫຼວດ ເຂົ້າປະຕິບັດໜ້າທີ່ຢູ່ບັນດາກົມ-ຫ້ອງ ທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ທັງໝົດ 27 ສະຫາຍ ຍິງ 5 ສະຫາຍ ຄື:

  • ຫ້ອງການ ກົມໃຫຍ່ຕຳຫຼວດ 2 ສະຫາຍ ຍິງ 1 ສະຫາຍ
  • ຫ້ອງການເມືອງ 2 ສະຫາຍ
  • ຫ້ອງພະລາທິການ 1 ສະຫາຍ
  • ກົມຕຳຫຼວດສືບສວນ-ສອບສວນ 4 ສະຫາຍ
  • ກົມຕຳຫຼວດເສດຖະກິດ 3 ສະຫາຍ ຍິງ 2 ສະຫາຍ
  • ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 1 ສະຫາຍ
  • ກົມຕຳຫຼວດຈະລາຈອນ 4 ສະຫາຍ ຍິງ 1 ສະຫາຍ
  • ກົມຕຳຫຼວດສິ່ງແວດລ້ອມ 3 ສະຫາຍ
  • ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 2 ສະຫາຍ
  • ກົມຕຳຫຼວດຄວບຄຸມລະບົບວົງຈອນປິດ 2 ສະຫາຍ

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໃຫ້ສະຫາຍນາຍ ແລະ ພົນຕຳຫຼວດ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໃໝ່ ຈົ່ງເອົາໃຈໃສ່ຍົກສູງສະຕິ, ຄວາມຮັບຜິດຊອບໃນການເຮັດໜ້າທີ່ການເມືອງທີ່ຂັ້ນເທິງ ແລະ ການຈັດຕັ້ງມອບໝາຍໃຫ້, ເປັນແບບຢ່າງໃນການເຮັດໜ້າທີ່ວຽກງານ, ບັນດາສະຫາຍຕ້ອງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ປະຕິບັດຫຼັກການວິຊາສະເພາະຂອງ ກຳລັງປ້ອງກັນຄວາມສະຫງົບ ແລະ ມີສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ ເພື່ອພ້ອມກັນເຮັດສໍາເລັດທຸກໜ້າທີ່.