ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2022 ຂຶ້ນໃນວັນທີ 20 ກຸມພາ 2023, ໂດຍການເປັນປະທານຂອງ ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ເລຂາຄະນະພັກກົມ ຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ມີບັນດາຮອງເລຂາ, ຫົວໜ້າພະແນກ, ກອງຮ້ອຍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ໄດ້ກ່າວວ່າ:

ການເປີດບັ້ນດຳເນີນຊີວິດການເມືອງໃນຄັ້ງ ກໍເພື່ອໃຫ້ນາຍ ແລະ ພົນຕຳຫຼວດ ໃນທົ່ວກົມຕຳຫຼວດຈະລາຈອນ ໄດ້ຮັບຮູ້-ເຂົ້າໃຈສາມາດກຳແໜ້ນໄດ້ ທາດແທ້, ມູນເຊື້ອອັນສະຫງ່າງາມ, ໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກຳລັງປ້ອງກັນຄວາມສະຫງົບ ກໍຄື ກຳລັງຕຳຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງ ປກສ, ທັງເປັນການປະເມີນກວດກາກົມກອງ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ເພື່ອເປັນການສຳຫຼວດກວດກາຄືນຄວາມຮັບຜິດຊອບ ໃນການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາທຸກຂັ້ນ ເຂົ້າໃນຂະບວນການວຽກງານຕົວຈິງຂອງກົມກອງ ແລະ ທັງເປັນການກວດກາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດສະຕິຕໍ່ການຈັດຕັ້ງ, ຄວາມຮູ້-ຄວາມສາມາດ ແລະ ແບບແຜນວິທີເຮັດວຽກຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.

ສໍາລັບເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ ປະກອບມີ:

ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະໃໝ່, ຈັນຍາທໍາ ແລະ ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ ເພື່ອໃຫ້ໄດ້ນາຍຕຳຫຼວດທີ່ຄົບມາດຖານເງື່ອນໄຂ ທີ່ຈະສ້າງເປັນພະນັກງານສືບທອດປ່ຽນແທນ ໃນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນ ກຳລັງຕຳຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງ ປກສ.