ກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ປະຈຳປີ 2022 ແລະ ວາງທິດທາງແຜນການ 2023 ຂອງກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 14 ກຸມພາ 2023, ເປັນປະທານໂດຍ ພັທ ອູຄຳ ເຕົ່າແສງເພັດ ຫົວໜ້າກອງພັນປ້ອງກັນເຄື່ອນທີ່, ມີ ພັທ ບົວເງິນ ສີທິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ກອງພັນປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ຄຳພັດ ສີມະສານ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນເຄື່ອນທີ່ ໃນ 1 ປີທີ່ຜ່ານມາ ວ່າ:

ຄະນະພັກ-ຄະນະບັນຊາ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດຢ່າງຕໍ່ເນື່ອງ, ພ້ອມທັງຊີ້ນຳ-ນຳພານາຍ ແລະ ພົນຕໍາຫຼວດ ອອກແຮງເຄື່ອນໄຫວແກ້ໄຂວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ-ໜ້າທີ່ຂອງຕົນ, ໂດຍການລົງເຄື່ອນໄຫວລາດຕະເວນ, ຕິດຕາມກວດກາເປົ້າໝາຍທີ່ຫວັງກໍ່ຄວາມບໍ່ສະຫງົບ, ປ້ອງກັນເວນຍາມສຳນັກງານ-ອົງການ, ລັດວິສາຫະກິດ ແລະ ຈຸດສຳຄັນຕ່າງໆ ສະແດງອອກຄື:

ປະຈຳການກຽມພ້ອມສູ້ຮົບ ມີ 5.544 ເທື່ອຄົນ, ຝຶກອົບຮົມວຽກງານວິຊາສະເພາະ ມີ 24 ຄັ້ງ, ມີ 528 ເທື່ອຄົນ, ເຄື່ອນໄຫວລາດຕະເວນຢູ່ເທດສະບານເມືອງ ແລະ ແຂວງ ມີ 365 ຄັ້ງ, ມີ 2.317 ເທື່ອຄົນ, ປ້ອງກັນກອງປະຊຸມ ແລະ ວັນບຸນສຳຄັນຕ່າງໆ ມີ 3 ຄັ້ງ 42 ເທື່ອຄົນ, ປ້ອງກັນຢູ່ສຳນັກງານອົງການຕ່າງໆ ມີ 8 ຈຸດ, ມີ 5.104 ເທື່ອຄົນ, ເຄື່ອນຍ້າຍວັດຖຸມີຄ່າ 291 ເທື່ອຄົນ, ນະໂຍບາຍປິ່ນປົວສຸຂະພາບ 1 ສະຫາຍ, ສະເໜີຕຳແໜ່ງງານໃຫ້ພະນັກງານ ມີ 1 ຄັ້ງ 4 ສະຫາຍ, ເຂົ້າຮ່ວມຂະບວນການອະນາໄມ ມີ 1.776 ແຮງງານ, ເຄື່ອນໄຫວກິລາມີ 20 ຄັ້ງ 100 ເທື່ອຄົນ.

ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ຢ່າງກົງໄປກົງມາ ແລະ ພາວະວິໄສ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ຮ່າງບົດສະຫຼຸບດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ.

ໃນໂອກາດດັ່ງກ່າວ, ພັທ ບົວເງິນ ສີທິວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາກອງພັນປ້ອງກັນເຄື່ອນທີ່ ສືບຕໍ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ໃນກົມກອງຂອງຕົນຢ່າງເປັນປົກກະຕິ, ມີຄວາມເປັນເອກະພາບ, ຕົກລົງເປັນໝູ່ຄະນະ, ສ້າງແຜນກຳນົດບຳລຸງ, ກໍ່ສ້າງພະນັກງານໄປຍົກລະດັບວິຊາສະເພາະ ນັບທັງພາຍໃນ ແລະ ຕ່າງປະເທດ, ແກ້ໄຂວິຊາສະເພາະຕາມພາລະບົດບາດ, ສິດ-ໜ້າທີ່ຂອງຕົນ, ປົກປັກຮັກສາອາວຸດ-ຍຸດໂທປະກອນ ແລະ ເຄື່ອງຮັບໃຊ້ວຽກງານວິຊາສະເພາະ, ລົງເຄື່ອນໄຫວລາດຕະເວນ, ເກັບກຳສະພາບຕາມເທດສະບານເມືອງ ແລະ ແຂວງ ເພື່ອແນໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.