ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກົມຕຳຫຼວດຄວບຄຸມກ້ອງວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023, ເປັນປະທານໂດຍ ພັອ ຄອນສີ ເນົາວະລາດ ຫົວໜ້າກົມຕຳຫຼວດຄວບຄຸມລະບົບກ້ອງວົງຈອນປິດ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງຫົວໜ້າພະແນກ, ແຂກຮັບເຊີນ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດພາຍໃນກົມ ເຂົ້າຮ່ວມ.

ພັທ ສົມພຽນ ມີທາຮັກ ຮອງຫົວໜ້າກົມຄວບຄຸມລະບົບກ້ອງວົງຈອນປິດ ໄດ້ກ່າວວ່າ:

ທົ່ວປະເທດ ມີກ້ອງວົງຈອນປິດ ທັງໝົດ 1.535 ກ້ອງ. ໃນນີ້, ຢູ່ໃນນະຄອນຫຼວງ ມີ 922 ຈຸດ, ມີ 1.079 ກ້ອງ; ໃນ 1 ປີຜ່ານມາ, ໄດ້ຮັບແຈ້ງເຫດສຸກເສີນຜ່ານສາຍດ່ວນ 1191 ໂທເຂົ້າມາ ມີທັງໝົດ 10.905 ສາຍ.

ໃນນັ້ນ, ໄດ້ຮັບແຈ້ງອຸບັດຕິເຫດ 159 ສາຍ, ລັກຊັບ 56 ສາຍ, ຊີງຊັບ 10 ສາຍ, ອາລະວາດຄອບຄົວ 68 ສາຍ, ຊຸມແຊວ 46 ສາຍ, ມົ້ວສຸມຊື້ຂາຍ-ຢາເສບຕິດ 15 ສາຍ, ອັກຄີໄພ 17 ສາຍ, ຫຼິ້ນການພະນັນ 10 ສາຍ, ກຸ່ມແກ້ງກວນເມືອງ 2 ສາຍ, ຊຸມແຊວ 10 ສາຍ, ຄາດຕະກຳ 1 ສາຍ, ເຫດການຍິງກັນ 2 ສາຍ, ຂົ່ມຂືນ 1 ສາຍ, ກໍ່ຄວາມວຸ້ນວາຍ 4 ສາຍ, ແຈ້ງຄົນຫາຍ 1 ສາຍ, ທຳຮ້າຍຮ່າງກາຍ 5 ສາຍ, ຂໍຄໍາປຶກສາ 11 ສາຍ, ສອບຖາມ 133 ສາຍ ແລະ ຂໍຄວາມຊ່ວຍເຫຼືອ 97 ສາຍ, ຢູ່ທ້ອງຖິ່ນ ຮັບແຈ້ງເຫດກັບທີ່ ມີ 265 ກໍລະນີ.

ພ້ອມນີ້, ຍັງໄດ້ຕິດຕາມເຫດການຕ່າງໆ ຜ່ານກ້ອງວົງຈອນປິດ ຕາມຈຸດສໍາຄັນ ໃນການສັນຈອນຂອງພັກ-ລັດ ມີທັງໝົດ 17 ຈຸດ, ຈຸດລົດຕິດແອອັດ ມີທັງໝົດ 49 ຈຸດ, ຈຸດທີ່ມັກເກີດອຸບັດຕິເຫດ ມີທັງໝົດ 42 ຈຸດ, ຈຸດທີ່ມັກເກີດເຫດການກໍ່ອາດຊະຍາກຳຕ່າງໆ ມີທັງໝົດ 12 ຈຸດ ແລະ ຈຸດກຸ່ມແກ້ງຂີ່ລົດກວນເມືອງ ມີທັງໝົດ 6 ຈຸດ, ຜ່ານການຕິດຕາມ ສາມາດເຫັນໄດ້ 95 ກໍລະນີ. ໃນນັ້ນ, ອຸບັດຕິເຫດ 188 ກໍລະນີ, ຕິດຕາມເປົ້າໝາຍໃຫ້ກົມວິຊາສະເພາະ 4 ກໍລະນີ ແລະ ກໍ່ອາລະວາດ 2 ເລື່ອງ.

ຕິດຕາມ ແລະ ຄົ້ນຫາເປົ້າໝາຍ ຕາມການສະເໜີຂອງກົມກອງວິຊາສະເພາະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ທັງໝົດມີ 311 ເລື່ອງ; ໃນນີ້, ຢູ່ທ້ອງຖິ່ນ ມີ 211 ເລື່ອງ, ເຊິ່ງມີເຫດການ: ອຸບັດຕິເຫດ 93 ເລື່ອງ, ລັກຊັບ 82 ເລື່ອງ, ທຳຮ້າຍຮ່າງກາຍ 2 ເລື່ອງ, ເຄື່ອງຕົກເຮຍ 5 ເລື່ອງ, ຊີງຊັບ 10 ເລື່ອງ, ລະເມີດສິດທິສ່ວນບຸກຄົນ 2 ເລື່ອງ, ໄຟໃໝ້ລົດໃຫຍ່ 1 ເລື່ອງ, ຕິດຕາມເປົ້າໝາຍ 1 ເລື່ອງ, ສໍ້ໂກງຊັບ 3 ເລື່ອງ, ຄົນຫາຍ 4 ເລື່ອງ, ທຸບແວ່ນລົດ 2 ເລື່ອງ, ຕິດຕາມເປົ້າໝາຍ 1 ເລື່ອງ ແລະ ຍັກຍອກຊັບ 3 ເລື່ອງ (ສາມາດພົບເຫັນໄດ້ 108 ເລື່ອງ).

ໃນຕໍ່ໜ້າ ຈະສືບຕໍ່ເພີ່ມທະວີເຮັດໜ້າທີ່ຮັບແຈ້ງເຫດສຸກເສີນ 1191 ຕະຫຼອດ 24 ຊົ່ວໂມງ ຕາມການແຈ້ງຂອງບຸກຄົນ, ນິຕິບຸກຄົນ, ສຳນັກງານ-ອົງການ ແລະ ພາກສ່ວນອື່ນໆ, ພ້ອມທັງສອບຖາມບັນທຶກຂໍ້ມູນໃນເບື້ອງຕົ້ນໃຫ້ຊັດເຈນ ເຂົ້າຄອມພິວເຕີ ເພື່ອສົ່ງຕໍ່ໃຫ້ພະແນກຕິດຕາມ ແລະ ຄົ້ນຫາເປົ້າໝາຍເປັນປົກະຕິ, ສົມທົບກັບ ກົມວິຊາສະເພາະ ລົງແກ້ໄຂເຫດສຸກເສີນ ຕາມການແຈ້ງເຂົ້າມາຜ່ານສາຍດ່ວນ 1191, ສືບຕໍ່ຕິດຕາມ ແລະ ຄົ້ນຫາເປົ້າໝາຍຜ່ານລະບົບກ້ອງວົງຈອນປິດ ແລະ ຕາມການສະເໜີຂອງກົມກອງວິຊາສະເພາະ ແລະ ອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ພ້ອມທັງສະໜອງຂໍ້ມູນເຫດການທີ່ເກີດຂຶ້ນ ເພື່ອເປັນຂໍ້ມູນ ແລະ ຫຼັກຖານໃຫ້ແກ່ການແກ້ໄຂຄະດີຕ່າງໆ.