ຫ້ອງພະລາທິການ ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ໃນວັນທີ 16 ກຸມພາ 2023, ເປັນປະທານໂດຍ ພັອ ກໍກັນ ໄພໂລດ ຫົວໜ້າຫ້ອງພະລາທິການ, ເຂົ້າຮ່ວມມີ ພັອ ບຸນແພງ ທີລະສັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກຫ້ອງ, ກອງພັນ, ກອງຮ້ອຍເອກະລາດ ແລະ ສູນຝຶກວິຊາສະເພາະປ້ອງກັນທີ່ຕັ້ງ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັທ ວຽງຄຳ ລໍຄຳໄຊ ຮອງຫົວໜ້າຫ້ອງພະລາທິການ ກ່າວວ່າ:

ຄະນະພັກ-ຄະນະບັນຊາ ຫ້ອງພະລາການ ໄດ້ສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ນາຍ ແລະ ພົນຕໍາຫຼວດ ດ້ວຍຫຼາຍເນື້ອໃນຫຼາຍຮູບການ, ໂດຍເນັ້ນໃສ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມູນເຊື້ອຂອງພັກ-ຂອງຊາດ, ຂອງກຳລັງ ປກສ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງຊາດ.

ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາວຽກງານວິຊາສະເພາະແຕ່ລະພະແນກ ເປັນຕົ້ນແມ່ນ ການສ້າງເອກະສານຕ່າງໆ, ເກັບກໍາສະຖິຕິນາຍ ແລະ ພົນຕໍາຫຼວດ, ແຜນຮັບ-ຈ່າຍງົບປະມານປະຈຳປີ ຕາມລະບຽບຫຼັກການ ເຊັ່ນ: ເງິນເດືອນ, ເງິນອຸດໜູນ, ສ້າງເອກະສານຖອນເງິນຮ່ວງບໍລິຫານ ແລະ ເອກະສານອຸດໜູນລູກ 20%, ເອກະສານຮັບ-ຈ່າຍເບ້ຍລ້ຽງນັກຮຽນນາຍສິບ ຮຸ່ນທີ 10, ຂຽນບົ່ງຈ່າຍເງິນເດືອນ, ເງິນປະຈໍາການ ແລະ ເງິນນະໂຍບາຍຕ່າງໆ, ພົວພັນວຽກຢູ່ກົມໃຫຍ່ພະລາທິການ, ຄຸ້ມຄອງປົກປັກຮັກສາຄັງເງິນສົດ ກອງບັນຊາການ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຮັບປະກັນຄວາມໂປ່ງໃສ 100%.

ນອກນັ້ນ, ຍັງໄດ້ຂຶ້ນແຜນຮັບ-ຈ່າຍເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງຮັບໃຊ້ຫ້ອງການ, ເຄື່ອງສິດສອນ ແລະ ຍັງໄດ້ຊຸກຍູ້, ປຸກລະດົມໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີເງື່ອນໄຂທຳການຜະລິດປູກຝັງລ້ຽງສັດ, ຄ້າຂາຍເພື່ອສ້າງລາຍຮັບ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ.

ໃນກອງປະຊຸມ, ພັອ ບຸນແພງ ທີລະສັກ ໄດ້ຊີ້ນໍາໃຫ້ ຄະນະຫ້ອງພະລາທິການ ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະຂອງບັນດາພະແນກຕ່າງໆ, ນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ມາຜັນຂະຫຍາຍໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນຫ້ອງ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເອົາໃຈໃສ່ຮ່ວມຊີວິດການເມືອງເປັນປົກກະຕິ, ເອົາໃຈໃສ່ເຄື່ອນໄຫວເປັນເສນາທິການໃຫ້ແກ່ ກອງບັນຊາການ ແລະ ເປັນໃຈກາງໃນການປະສານງານ, ພົວພັນວຽກງານຕ່າງໆກັບບັນດາຫ້ອງ, ກອງພັນ, ກອງຮ້ອຍເອກະລາດ ແລະ ສູນຝຶກວິຊາສະເພາະປ້ອງກັນທີ່ຕັ້ງ ທີ່ກ່ຽວຂ້ອງກັບວຽກງານພະລາໃຫ້ວ່ອງໄວ.