ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈຳປີ 2022 ຈັດຂຶ້ນໃນລະຫວ່າງວັນທີ 23-24 ກຸມພາ 2023 ທີ່ສະໂມສອນຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຫົວໜ້າກົມກວດກາກະຊວງ-ອົງການ, ປະທານ-ຮອງປະທານກວດກາແຂວງ, ພະແນກ ແລະ ຄະນະຮັບຜິດຊອບ ຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມໄດ້ສະເໜີຮ່າງບົດສະຫຼຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ໃນປີ 2023, ເຊິ່ງໃນໄລຍະຜ່ານມາ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນ ຄະນະພັກ-ຄະນະກວດກາແຕ່ລະຂັ້ນ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ນຳພາເປັນໝູ່ຄະນະ, ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆເພື່ອຊຸກຍູ້, ຕິດຕາມ, ກວດກາປະເມີນການກໍ່ສ້າງໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນ 5.778 ໜ່ວຍພັກ, ກາງ 1.473 ໜ່ວຍພັກ, ອ່ອນ 18 ໜ່ວຍພັກ ແລະ ບໍ່ໄດ້ຈັດປະເພດ 4.897 ໜ່ວຍພັກ.

ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມ, ຕີລາຄາການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ຂອງບັນດາຂະແໜງການອ້ອມຂ້າງແຂວງ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ການຕິດຕາມ, ຊຸກຍູ້ ແລະ ແກ້ໄຂຕາມຜົນການກວດສອບຂອງບາງຂະແໜງການຍັງເຮັດບໍ່ທັນເປັນປົກກະຕິ, ຄວາມເປັນເຈົ້າການບໍ່ທັນສູງ, ຊັກຊ້າແກ່ຍາວເວລາ, ໄດ້ລົງກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈຳນວນ 18 ໂຄງການ.

ຜ່ານການກວດກາພົບເຫັນການຈັດຕັ້ງປະຕິບັດໂຄງການຈຳນວນໜຶ່ງ ຍັງບໍ່ປະຕິບັດຄົບຖ້ວນຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້, ໄດ້ດຳເນີນກວດກາຕາມຄຳສັ່ງໄດ້ທັງໝົດ 12 ເປົ້າໝາຍ, ກວດກາສຳເລັດແລ້ວ 5 ເປົ້າໝາຍ, ການກວດກາຄວາມຮັບຜິດຊອບຂອງບຸກຄົນ ໃນການຈັດຕັ້ງປະຕິບັດໂຄງການຊົນລະປະທານຝົນຝອຍ ໄລຍະ 2 ທີ່ລັດຖະບານປະເທດໂອຕຣິດ ໃຫ້ການກູ້ຢືມໃນຮູບແບບດອກເບ້ຍຜ່ອນຜັນ ແລະ ກວດກາການຊໍາລະໃຫ້ໂຄງການກໍ່ສ້າງຂົວເບເລ່ຢູ່ບ້ານພູວຽງ ເມືອງພູກູດ ແຂວງຊຽງຂວາງ.

ນອກນັ້ນ, ຍັງໄດ້ກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ມີ 416 ໂຄງການ. ໃນນີ້, ໄດ້ກວດກາສໍາເລັດ 280 ໂຄງການ, ຍັງບໍ່ທັນກວດກາ 136 ໂຄງການ ແລະ ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ມີ 2.850 ໂຄງການ; ໃນນີ້, ໄດ້ກວດກາສຳເລັດ 616 ໂຄງການ ແລະ ຍັງບໍ່ ທັນໄດ້ກວດກາ 2.234 ໂຄງການ.

ຜ່ານການກວດກາ ເຫັນມູນຄ່າທີ່ຄິດໄລ່ບໍ່ຖືກລະບຽບ ເປັນຕົ້ນແມ່ນ ໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ, ຊຳລະເກີນໜ້າວຽກປະຕິບັດໄດ້ຕົວຈິງຕ້ອງເກັບກູ້ຄືນ, ລວມທັງພັນທະອາກອນທີ່ຍັງຄ້າງມອບໃຫ້ລັດ ຈຳນວນ 2.012,55 ຕື້ກີບ ແລະ 750.801.94 ໂດລາ. ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 14/ສພຊ 24/ສພຊ ແລະ ຕາມການສະໜອງຂໍ້ມູນຂອງ ອົງການກວດສອບແຫ່ງລັດ ສະໜອງໃຫ້ໃນປີ 2019-2020 (ທີ່ຍັງຄ້າງ) ຄື: ການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ຈໍານວນ 30 ໂຄງການ ເນື້ອທີ່ 318,89 ເຮັກຕາ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ ແລະ ບໍລິຄຳໄຊ, ເກັບກູ້ໜີ້ຕ້ອງຮັບທີ່ຄ້າງມອບຂອງຫົວໜ່ວຍງົບປະມານ ໃນ 9 ກະຊວງມູນຄ່າທັງໝົດ 1.173.39 ຕື້ກີບ.

ນອກນີ້, ກອງປະຊຸມຍັງໄດ້ເຜີຍແຜ່ຄຳສັ່ງແນະນຳ ເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບ ການເພີ່ມທະວີການນຳພາ-ຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນກວດກາ ແລະ ເຜີຍແຜ່ແນະນຳບາງບັນຫາໃນຄຳສັ່ງເລກທີ 268/ຄລສພ ກ່ຽວກັບ ການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານແຕ່ລະຂັ້ນ ແລະ ປະກອບຄໍາເຫັນໃສ່ເອກະສານສຳຄັນກ່ຽວກັບວຽກງານກວດກາ. ຈາກນັ້ນ, ຜູ້ແທນກອງປະຊຸມແຕ່ລະພາກສ່ວນ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ດ້ານທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງວິທີແກ້ໄຂໃນຕໍ່ໜ້າ ໃນການເຄື່ອນໄຫວວຽກງານກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ.