ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ທີ່ສະໂມສອນ ກະຊວງ ປກສ (ສະໜາມມ້າ), ເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີບັນດາສະຫາຍຄະນະພັກກະຊວງ, ຄະນະພັກ-ຄະນະບັນຊາ ແລະ ສະຫາຍເລຂາໜ່ວຍພັກ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ ໃນວັນທີ 23 ກຸມພາ 2023.

ໃນກອງປະຊຸມ, ສະຫາຍ ພັອ ຫຸມພັນ ຜິວເຂັມພອນ ຄະນະປະຈຳພັກກົມໃຫຍ່ ຫົວໜ້າກົມພັກ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໃຫ້ຮູ້ວ່າ: ຜ່ານການຕີລາຄາແບ່ງປະເພດສະມາຊິກພັກ ໄດ້ດັ່ງນີ້: ສະມາຊິກພັກແຂງ 7.963 ສະຫາຍ ຍິງ 1.841 ສະຫາຍ ກວມ 96,15%, ສະມາຊິກພັກກາງ 283 ສະຫາຍ ຍິງ 61 ສະຫາຍ ກວມ 3,41%.

ສຳລັບການຕີລາຄາປະເພດຮາກຖານພັກ ສາມາດຕີລາຄາໄດ້ດັ່ງນີ້: ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ມີ 13 ອົງຄະນະພັກ, 2 ຄະນະພັກຮາກຖານ, ມີຮາກຖານພັກລວມທັງໝົດ 299 ຫົວໜ່ວຍ; ໃນນັ້ນ, ມີຄະນະພັກຮາກຖານ 22 ຫົວໜ່ວຍ, ໜ່ວຍພັກຮາກຖານ 172 ຫົວໜ່ວຍ, ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ 105 ຫົວໜ່ວຍ, ໄດ້ແບ່ງປະເພດ 271 ຫົວໜ່ວຍ, ບໍ່ໄດ້ແບ່ງປະເພດ 6 ຫົວໜ່ວຍ; ເຊິ່ງສາມາດຕີລາຄາຄັດເລືອດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໄດ້ 209 ໜ່ວຍ ກວມ 77,12%, ໜ່ວຍພັກກາງ 62 ໜ່ວຍ ກວມ 22,87% ເທົ່າກັບ 8,29%. ໃນນີ້, ໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສູງສຸດ 4 ປີຕິດຕໍ່ກັນ ມີ 102 ໜ່ວຍ, 3 ປີຕິດຕໍ່ກັນ 18 ໜ່ວຍ, 2 ປີຕິດຕໍ່ກັນ 33 ໜ່ວຍ ແລະ ສະເໜີຮັບຮອງໃໝ່ 56 ໜ່ວຍ.

ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກຮາກຖານ, ໜ່ວຍພັກທີ່ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງສົມກຽດຕາມມະຕິຕົກລົງ ສະບັບເລກທີ 77/ຄພປກສ ວັນທີ 16 ມັງກອນ 2023 ວ່າດ້ວຍ ການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022.

ໂອກາດດັ່ງກ່າວ, ບັນດາສະຫາຍໃນທີ່ປະຊຸມ ກໍຍັງໄດ້ຮັບຟັງຖະແຫຼງການຮ່ວມ ວ່າດ້ວຍ ການສືບຕໍ່ສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້່າສູ່ລວງເລິກ, ເຊິ່ງຂຶ້ນຜ່ານເອກະສານໂດຍ ສະຫາຍຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ.