ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊາຣາ ຣູ ອິດມາເອວ ອາລີໂອລາ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟີກຂອງອົງການຈັດຕັ້ງສາກົນ ເພື່ອເຄື່ອນຍ້າຍຖິ່ນຖານ (IOM ) ພ້ອມຄະນະ ໃນວັນທີ 24 ກຸມພາ 2023.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເຂົ້າມາພົບປະຢ້ຽມ ຢາມຄັ້ງນີ້ຂອງທ່ານຜູ້ອໍານວຍການພາກພື້ນອາຊີ-ປາຊີຟີກຂອງອົງການຈັດຕັ້ງສາກົນ ເພື່ອເຄື່ອນຍ້າຍຖິ່ນຖານ ກໍຄືອົງການ IOM ທີ່ໄດ້ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອກະຊວງ ປກສ ຫຼາຍດ້ານ ເປັນຕົ້ນແມ່ນໄດ້ລົງນາມບົດບັນທຶກ MOU ໃນໂຄງການສ້າງຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງດ່ານຊາຍແດນໃຫ້ ແກ່ ສປປ ລາວ ຜ່ານການຍົກລະດັບດ້ານເຕັກໂນໂລຊີ.

ມາຮອດປັດຈຸບັນ, ສາມາດສັງລວມການຊ່ວຍເຫຼືອໄດ້ ຄື: ເຄື່ອງກວດເອກະສານ ແລະ ຜູ້ເດີນທາງ ໃຫ້ດ່ານ ຕມ ຈໍານວນ 3 ເຄື່ອງ, ການຝຶກອົບຮົມເພື່ອເປັນຄູຝຶກການນໍາໃຊ້ລະບົບກວດກາເອກະສານ ແລະ ຜູ້ເດີນທາງ ຈໍານວນ 2 ຄັ້ງ, ຝຶກອົບຮົມສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19; ພ້ອມນີ້, ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ລະຫວ່າງຫ້ອງການກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ອົງ ການຈັດຕັ້ງສາກົນ ເພື່ອເຄື່ອນຍ້າຍຖິ່ນຖານໃນໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ ທີ່ເຮັດວຽກກວດກາ ແລະ ດໍາເນີນຄະດີການຄ້າມະ ນຸດ, ເພີ່ມຄວາມສາມາດໃນການລະບຸ, ປົກປ້ອງ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເຊິ່ງໂຄງການດັ່ງກ່າວຈະຊ່ວຍປັບປຸງວຽກງານປະ ສານງານ ແລະ ຫວ່າງພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນຮ່ວມໃນການຕ້ານການຄ້າມະນຸດ ທັງລະດັບສູນກາງ ແລະ ທ້ອງຖິ່ນໃຫ້ສາມາດບັນລຸໄດ້ມາດຕະຖານສໍາລັບການລືບລ້າງບັນຫາການຄ້າມະນຸດ.

ໃນພິທີ, ທ່ານ ນາງ ຊາຣາ ຣູອິດມາເອວ ອາລີໂອລາ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກຂອງອົງການຈັດຕັ້ງສາກົນເພື່ອເຄື່ອນຍ້າຍຖິ່ນຖານ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າອົງການຈັດຕັ້ງສາກົນ ເພື່ອເຄື່ອນຍ້າຍຖິ່ນຖານ ແລະ ສປປ ລາວ ເວົ້າສະເພາະ ກະຊວງ ປກສ ຈະສືບຕໍ່ພົວພັນຮ່ວມມືວຽກງານດ້ານຕ່າງໆ ໂດຍສະ ເພາະໂຄງການຂີດຄວາມສາມາດໃນການພິຈາລະນາຄະດີຄ້າມະນຸດ ແລະ ເພີ່ມທະວີຄວາມສາມາດໃນການຄຸ້ມຄອງຊາຍແດນໃຫ້ມີຄວາມປອດໄພ.