ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ເປີດຊຸດຮຽນນັກສຶກປະລິນຍາຕີ ຮຸ່ນທີ 26 ໃນວັນທີ 1 ມີນາ 2023, ໂດຍການເປັນປະທານຂອງ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວຕປ, ມີຄະນະພັກ-ຄະ ນະອໍານວຍການ, ຄູ-ອາຈານ, ແຂກຮັບ ເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ອິນທະວົງ ເທບພະສຸວັນ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ວຕປ ກ່າວວ່າ: ນັກສຶກສາປະລິນຍາຕີ ຮຸ່ນທີ 26 ມີທັງໝົດ 194 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງໃນຂອບເຂດທົ່ວປະເທດ; ໃນນີ້, ນັກສຶກສາຈະໄດ້ຮຽນລົງເລິກ 5 ຂະແໜງການວິຊາສະເພາະຄື: ຂະແໜງສືບສວນ-ສອບສວນອາຍາ; ຂະແໜງສືບຂ່າວອາຍາ; ຂະແໜງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ຂະແໜງປ້ອງກັນເສດຖະກິດ ແລະ ຂະແໜງຄຸມຂັງ-ດັດສ້າງ.

ສໍາລັບຫຼັກສູດການສອນ-ການຮຽນແມ່ນໃຊ້ເວລາ 4 ປີ ປະກອບມີ 4 ໝວດວິຊາຮຽນ, ມີ 132 ໜ່ວຍກິດຄື: ໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍ ກິດ; ໝວດວິຊາຄວາມຮູ້ພື້ນຖານ 42 ໜ່ວຍກິດ; ໝວດວິຊາເລືອກ 4 ໜ່ວຍ ກິດ ແລະ ໝວດວິຊາສະເພາະ 66 ໜ່ວຍ ກິດ; ໃຊ້ເວລາລົງຝຶກຫັດ 4 ເດືອນ. ຈາກນັ້ນ, ກໍທົບທວນບົດຮຽນ, ສອບເສັງ ແລະ ປ້ອງກັນບົດລາຍງານໂຄງການຈົບຊັ້ນ 2 ເດືອນ.

ໃນໂອກາດດຽວກັນ, ພົຈວ ປອ ວົງເຊໂດນ ພັນທະແກ້ວ ຍັງໄດ້ມີທິດຊີ້ນໍາ ແລະ ເນັ້ນໃຫ້ຄູ-ອາຈານ ແລະ ນັກສຶກສາ ວ່າ: ເພື່ອເຮັດໃຫ້ຫຼັກສູດການສອນ-ການຮຽນຂອງນັກສຶກສາປະລິນຍາຕີ ຮຸ່ນນີ້ ໄດ້ຮັບຜົນສໍາເລັດຮຽກຮ້ອງໃຫ້ຄູ-ອາຈານ, ພະນັກງານຕະຫຼອດຮອດນັກສຶກສາທຸກຄົນຕ້ອງໄດ້ເຊື່ອມຊຶມກໍາແໜ້ນ ແລະ ຈັດຕັ້ງປະຕິບັດທິດທາງແຜນການປະຈໍາປີຂອງກະຊວງປ້ອງກັນຄວາມສະຫງົບ ກໍຄືທິດທາງແຜນການຂອງວິທະຍາຄານຕຳຫຼວດປະຊາຊົນວາງອອກໃຫ້ບັນລຸຕາມຈຸດປະສົງ, ລະດັບຄາດໝາຍທີ່ໄດ້ກໍານົດໄວ້ ເພື່ອພ້ອມກັນສູ້ຊົນຍາດແຍ່ງຜົນງານຂ່ຳນັບຮັບຕ້ອນວັນບຸນປະຫວັດສາດຂອງຊາດໃຫ້ເປັນຂະບວນຟົດຟື້ນ, ກໍ່ສ້າງມານະຈິດປະຕິວັດໃຫ້ແກ່ກຳລັງຕຳຫຼວດປະຊາຊົນ ນັບມື້ເຕີບໃຫຍ່ເຂັ້ມແຂງ, ຫ້າວຫັນໃນການ ສຶກສາຄົ້ນຄວ້າ-ຮໍ່າຮຽນ ເພື່ອຍາດແຍ່ງເອົາຄວາມຮູ້-ຄວາມສາມາດທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເມື່ອສໍາເລັດການສຶກສາແລ້ວ ກໍໃຫ້ສາມາດນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດທາງດ້ານຄຸນນະພາບ ແລະ ມີປະສິດທິຜົນສູງ.