ສະຫະພັນແມ່ຍິງ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ໃນທ້າຍເດືອນກຸມພາ ຜ່ານມາ, ເປັນປະທານ ໂດຍ ພັທ ນາງ ບົວບາຍ ພິມມະເສນ ຄະນະບໍລິຫານງານແມ່ຍິງກະຊວງ ປກສ ປະທານສະຫະພັນແມ່ຍິງກົມໃຫຍ່ຕໍາຫຼວດ, ເຂົ້າຮ່ວມມີ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕໍາຫຼວດ ແລະ ພັອ ນາງ ຄໍາຢາດ ວິໄລວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ, ມີແຂກຮັບເຊີນ ແລະ ສະມາຊິກແມ່ຍິງ ກົມໃຫຍ່ຕຳ ຫຼວດ ເຂົ້າຮ່ວມ.

ພັທ ນາງ ກອງມະນີ ຈັນໂທ ຄະນະສະຫະພັນແມ່ຍິງ ກົມໃຫຍ່ຕໍາຫຼວດ ໄດ້ໃຫ້ຮູ້ວ່າ: ຄະນະສະຫະພັນແມ່ຍິງ ກົມໃຫຍ່ຕໍາຫຼວດ ໄດ້ຊີ້ນໍາ-ນໍາພາຄະນະໜ່ວຍແມ່ຍິງແຕ່ລະໜ່ວຍທີ່ຂຶ້ນກັບເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຢ່າງຕໍ່ເນື່ອງ, ໄດ້ຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ລະບຽບ, ກົດໜາຍໃຫ້ສະມາຊິກແມ່ຍິງເຂົ້າໃຈຢ່າງເລິກເຊິ່ງ ແນໃສ່ສ້າງໃຫ້ສະມາຊິກແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັ້ດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ, ເຮັດສໍາເລັດໜ້າທີ່ຕາມການມອບໜາຍ ແລະ ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ. ໃນ 1 ປີຜ່ານມາ, ເອື້ອຍ-ນ້ອງແມ່ຍິງໄດ້ຮັບການປະຕິບັດນະໂຍບາຍການເລື່ອນຊັ້ນ ທັງໜົດ 51 ສະຫາຍ. ໃນນີ້, ຊັ້ນນາຍພັນ 2 ສະຫາຍ, ນາຍຮ້ອຍ 39 ສະຫາຍ, ນາຍ ສິບ 10 ສະຫາຍ ແລະ ຍັງໄດ້ໄປຍົກລະດັບການສຶກສາລະບົບປະລິນຍາຕີ 3 ສະຫາຍ, ຊັ້ນສູງ 6 ສະຫາຍ, ຊັ້ນກາງ 1 ສະຫາຍ; ໄປຍົກລະດັບທິດສະດີການເມືອງຊັ້ນສູງ 1 ສະຫາຍ ແລະ ເຂົ້າຮຽນສະໜັບສະໜູນພັກ 24 ສະຫາຍ, ຮຽນ ກົດລະບຽບພັກ 20 ສະຫາຍ, ເຂົ້າພັກ ສໍາຮອງ 57 ສະຫາຍ, ພັກສົມບູນ 35 ສະຫາຍ. ການປະຕິບັດຂໍ້ແຂ່ງຂັນ 3 ດີ ຕີລາຄາປະເພດບຸກຄົນ ແລະ ລວມໜູ່, 3 ດີ ປະເພດ I ມີ 311 ສະຫາຍ, ປະເພດ II ມີ 15 ສະຫາຍ, ປະເພດ III ມີ 1 ສະຫາຍ ແລະ ໜ່ວຍແມ່ຍິງ 3 ດີ ປະ ເພດ I ມີ 16 ໜ່ວຍ, ປະເພດ II ມີ 1 ໜ່ວຍ ແລະ ແມ່ຍິງ 3 ດີ ທາງດ້ານວິຊາ ສະເພາະ 12 ສະຫາຍ, 3 ດີ ຄອບຄົວ ຕົວແບບທາງດ້ານເສດຖະກິດ 2 ສະຫາຍ, ຄອບຄົວດີ ມີ 1 ສະຫາຍ.

ສໍາລັບທິດທາງໃນຕໍ່ໜ້າ, ຄະນະສະຫະພັນແມ່ຍິງ ກົມໃຫຍ່ຕໍາຫຼວດ ຈະເອົາໃຈໃສ່ຊຸກຍູ້ໃຫ້ຄະນະແມ່ຍິງແຕ່ລະໜ່ວຍ ພ້ອມກັນປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ ຖືເອົາເນື້ອໃນຂໍ້ແຂງ ຂັ້ນ 3 ດີ ເປັນເນື້ອໃນການສໍາຫຼວດກວດກາ ແລະ ຄັດເລືອກປະເພດໃຫ້ສະມາຊິກແມ່ຍິງແຕ່ລະເດືອນ.
ນອກນັ້ນ, ໃນກອງປະຊຸມ ຍັງໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງ ປກສ ຄົບຮອບ 57 ປີ, ໂດຍການປາຖະກະຖາໂດຍ ພັອ ນາງ ຄໍາຢາດ ວິໄລ ວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງ ປກສ.