ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນວັນທີ 2 ມີນາ 2023, ເປັນປະທານ ໂດຍ ພົຈວ ສົມພົງ ຂຳວິລຸນ ຄະນະພັກ ກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ພູນສີ ແດງຈຳປາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການປ້ອງກັນສູນກາງ ຈຳນວນ 13 ສະຫາຍ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈໍານວນ 6 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 1 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 6 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນຄວາມສະຫງົບ ເລກທີ 384/ປກສ ວ່າ ດ້ວຍການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນຊັ້ນ ພັນໂທ ຂຶ້ນເປັນຊັ້ນ ພັນ ເອກ ໃຫ້ນາຍຕຳຫຼວດກອງບັນຊາການ ປ້ອງກັນສູນກາງ 1 ສະຫາຍ.

ພ້ອມກັນນັ້ນ, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ເລກ ທີ 77/ຄພປກສ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ປະຈຳປີ 2022 ໃຫ້ແກ່ 16 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກກອງບັນຊາການປ້ອງກັນສູນກາງ; ໃນນີ້, ມີໜ່ວຍພັກຮາກຖານຫ້ອງເສນາທິການ, ໂຮງຮຽນປ້ອງກັນສູນກາງ, ພະແນກອຸປະໂພກບໍລິໂພກ-ການເງິນ, ຫ້ອງການ, ຫ້ອງການເມືອງ, ໜ່ວຍພັກສຳນັກກອງພັນ 120, ກອງ ຮ້ອຍ 2 ກອງພັນ 120, ກອງຮ້ອຍ 3 ກອງພັນ 120, ກອງ ຮ້ອຍ 4 ກອງພັນ 120, ກອງຮ້ອຍ 1 ກອງພັນ 121, ກອງຮ້ອຍ 4 ກອງພັນ 121, ໜ່ວຍພັກ ກອງຮ້ອຍ 3 ກອງພັນ 122, ກອງຮ້ອຍ 1 ກອງພັນ 120, ກອງຮ້ອຍ 5 ກອງພັນ 121, ກອງຮ້ອຍ 2 ກອງພັນ 122 ແລະ ໜ່ວຍພັກ ສຳນັກກອງພັນ 122, ໃຫ້ກຽດ ປະດັບຊັ້ນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະ ຈຳປີ 2022 ໂດຍ ສະຫາຍ ພົຈວ ສົມພົງ ຂຳວິລຸນ ຄະນະພັກກະຊວງ ເລຂາຄະ ນະພັກຫົວໜ້າກອງບັນຊາການປ້ອງກັນສູນກາງ.

ສະຫາຍ ພົຈວ ສົມພົງ ຂຳວິລຸນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮບ ການເລື່ອນຊັ້ນໃໝ່ຄັ້ງນີ້ ຈົ່ງພ້ອມເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມຮູ້ ຄວາມສາມາດສູງຂຶ້ນ, ສຸມໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ມີຜົນສຳເລັດ, ມີແບບ ແຜນວິທະຍາສາດທີ່ທັນສະໄໝໃນການນຳພາກຳລັງປ້ອງກັນຄວາມສະຫງົບໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງ ພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດການ ຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້ມີບາດກ້າວພັດທະນາດີຂຶ້ນເລື້ອຍໆ ພ້ອມທັງເອົາໃຈໃສ່ຮັກສາມູນເຊື້ອໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕື່ມອີກ.