ຫ້ອງວ່າການ ກະຊວງ ປກສ ເປີດບັ້ນດໍາເນີນຊີວິດການເມືອງ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2022 ໃນວັນ ທີ 1 ມີນາ 2023, ເປັນປະທານໂດຍ ສະຫາຍ ພົຈວ ອານຸເດດ ຄູນຄໍາ ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນດາຄະພັກ-ຄະນະ ບັນຊາ, ພະນັກງານຫຼັກແຫຼ່ງກົມ, ຫ້ອງ, ໜ່ວຍພັກ ແລະ ສະມາຊິພັກເຂົ້າຮ່ວມ.

ບັ້ນດຳເນີນຊີວິດການເມືອງດັ່ງກ່າວ ໄດ້ເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະ ຫງົບ ປະຊາຊົນລາວ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່, ຈັນຍາບັນຂອງນາຍ ແລະ ພົນຕຳຫຼວດ, ຄຳແນະນຳການຂຽນໃບສຳຫຼວດຕົນເອງຂອງນາຍ ແລະ ພົນຕຳຫຼວດໃນບັ້ນດຳເນີນຊີວິດການເມືອງ ປະຈຳປີ 2022. ພາຍຫຼັງເຊື່ອມຊຶມເອກະສານແລ້ວ ປະທານກອງປະຊຸມໄດ້ແນະນຳ-ນຳພານາຍ ແລະ ພົນຕຳຫຼວດຂຽນໃບສຳຫຼວດ ແລະ ຈັດ ຕັ້ງສຳຫຼວດກວດກາຕໍານິຕິກໍ່ສ້າງເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີຜ່ານມາ, ພ້ອມທັງໄດ້ຈັດແບ່ງປະເພດ, ໃຫ້ຄະແນນບຸກຄົນ ແລະ ກົມກອງລວມໝູ່.

ທັງນີ້ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວຫ້ອງວ່າການ ມີຄວາມຮັບຮູ້ເຂົ້າໃຈ, ໄດ້ເຊື່ອມຊຶມ, ກຳແໜ້ນທາດແທ້ມູນເຊື້ອປະຕິວັດອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ພ້ອມກັນປົກປັກຮັກສາເສີມຂະຫຍາຍທາດແທ້ມູນເຊື້ອດັ່ງກ່າວ ໃຫ້ນັບມື້ນັບຈະເລີນງອກ ງາມຂຶ້ນເລື້ອຍໆ, ທັງເປັນການສໍາຫຼວດກວດກາຄືນສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດ ໃນໄລຍະ 1 ປີຜ່ານມາ.

ໃນກອງປະຊຸມ, ຍັງໄດ້ຜ່ານບົດສະຫຼຸບກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວຫ້ອງວ່າການ ກະຊວງ ປກສ ປະຈໍາປີ 2022. ໃນນີ້, ສາ ມາດຕີລາຄາຄຸນນະພາບ ແລະ ແບ່ງປະເພດຂອງບັນດາໜ່ວຍພັກ ແລະ ສະມາຊິກພັກ, ເຊິ່ງມີສະມາຊິກພັກແຂງ 250 ສະຫາຍ ຍິງ 74 ສະຫາຍ ເທົ່າ ກັບ 98,8%, ສະມາຊິກພັກກາງ 3 ສະຫາຍ ເທົ່າກັບ 1,2% ແລະ ຜ່ານບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2022 ສາມາດຄັດເລືອກໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ມີ 7 ໜ່ວຍພັກ ຄື: ໜ່ວຍພັກຮາກຖານຫ້ອງການເມືອງ, ໜ່ວຍພັກຮາກຖານ ກົມເສນາທິການ, ໜ່ວຍພັກຮາກຖານ ກົມເລຂາ, ໜ່ວຍພັກຮາກຖານກົມກົດລັບ, ໜ່ວຍພັກຮາກຖານກົມນິຕິກໍາ ແລະ ກົດໝາຍ, ໜ່ວຍພັກຮາກຖານກົມພົວພັນຕ່າງປະເທດ, ໜ່ວຍພັກຮາກຖານກົມບໍລິຫານ ແລະ ໜ່ວຍພັກກາງມີ 1 ໜ່ວຍ ພັກ ຄື: ແມ່ນໜ່ວຍພັກຮາກຖານກົມຄຸ້ມຄອງເອກະສານ ທີ່ຂຶ້ນກັບອົງຄະນະພັກຫ້ອງວ່າການ ກະຊວງ ປກສ, ໃຫ້ກຽດມອບໃບຢັ້ງຢືນໂດຍ ພົຈວ ອານຸ ເດດ ຄູນຄໍາ.