ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ປະກາດບົ່ງຕົວແຕ່ງຕັ້ງເລຂາ-ຮອງເລຂາ ແລະ ຄະນະໜ່ວຍພັກຮາກຖານທີ່ຂຶ້ນກັບ ໃນວັນທີ 28 ກຸມພາ 2023, ເປັນປະທານໂດຍ ສະຫາຍ ພົຈວ ໜູໃບ ອິນທິສານ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຮອງເລຂາ, ຄະນະພັກກົມ, ບັນດາໜ່ວຍພັກຮາກຖານ ພະແນກ, ກອງກໍ່ສ້າງຮາກຖານການເມືອງ, ສະມາຊິກພັກ ເຂົ້າ ຮ່ວມ.

ສະຫາຍ ພັທ ນາງ ເຂັມຄໍາ ໄຊຍະເພັດ ຄະນະພັກກົມ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການເມືອງ ຜ່ານມະຕິຕົກລົງຂອງຄະນະພັກກົມຄຸ້ມ ຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ-ຮອງ ເລຂາ ແລະ ຄະນະໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ. ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັຕ ສີພະຈັນ ໝັ້ນສຸລິດ ເປັນຮອງເລຂາ, ສະຫາຍ ພັທ ເວນິດ ຕະນະນາດ ເປັນຄະນະພັກ ຜູ້ກວດກາພັກໜ່ວຍພັກຮາກຖານຫ້ອງການ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັອ ສີບຸນ ເຮືອງໄຊຍະເພັດ ເປັນເລຂາ, ສະຫາຍ ພັທ ຈັນໄຊ ພອນມະນີ ເປັນຮອງເລຂາ, ສະຫາຍ ພັຕ ຄໍານ້ອຍ ນາມມຸນຕີ ເປັນຄະນະພັກ ຜູ້ກວດກາພັກໜ່ວຍພັກຮາກຖານພະແນກສຳມະໂນຄົວຄົນລາວ, ບົ່ງ ຕົວແຕ່ງຕັ້ງ ສະຫາຍ ພັຕ ຄໍາເພື່ອນ ພົນໂສພາ ເປັນຮອງເລຂາໜ່ວຍພັກຮາກຖານພະແນກສຳມະໂນຄົວຕ່າງດ້າວ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຫົງຄຳ ພັນທະ ລັງສີ ເປັນເລຂາ, ສະຫາຍ ພັທ ສັນລະ ເສີນ ພົມມະຈັນ ເປັນຄະນະພັກ ຜູ້ກວດກາພັກໜ່ວຍພັກຮາກຖານພະແນກຄຸ້ມ ຄອງອາຊີບ-ພາຫະນະພິເສດ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພູວັນ ອິນໄພຍະລາດ ເປັນ ເລຂາໜ່ວຍພັກຮາກຖານພະແນກ ປກສ ກຸ່ມບ້ານ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ພໍ່ເນີ ດວງມະນີ ເປັນເລຂາໜ່ວຍພັກຮາກ ຖານພະແນກຄຸ້ມຄອງ ປກສ ບ້ານ, ບົ່ງ ຕົວແຕ່ງຕັ້ງ ພັທ ບົວໄລ ເພັດສົມພອນ ເປັນເລຂາໜ່ວຍພັກຮາກຖານພະແນກ ໄອທີ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຄຳ ຫວັນ ພິນະກຳ ເປັນຄະນະພັກ ຜູ້ກວດກາພັກໜ່ວຍພັກຮາກຖານພະແນກເສ ນາກໍ່ສ້າງຮາກຖານ, ບົ່ງຕົວແຕ່ງຕັ້ງ ສະ ຫາຍ ພັທ ສີປະເສີດ ວັນນະສິນ ເປັນ ຮອງເລຂາໜ່ວຍພັກຮາກຖານກອງກໍ່ສ້າງ ຮາກຖານ 912, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັທ ຕ໋ອຍ ໄຊຍະລາດ ເປັນຮອງເລຂາ, ສະຫາຍ ພັທ ບຸນຫຍຸຍ ດາລາພອນ ເປັນ ຄະນະພັກ ຜູ້ກວດກາພັກ ໜ່ວຍພັກຮາກ ຖານກອງກໍ່ສ້າງຮາກຖານກອງ 919, ບົ່ງ ຕົວແຕ່ງຕັ້ງ ສະຫາຍ ພັທ ສົມເພັດ ບຸນ ມີໄຊທະຈັກ ເປັນຄະນະພັກ ຜູ້ກວດກາພັກໜ່ວຍພັກຮາກຖານກອງກໍ່ສ້າງຮາກ ຖານກອງ 920.

ໃນກອງປະຊຸມ, ຍັງໄດ້ມີການປະກາດເລື່ອນຊັ້ນ, ປະກາດຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ ແລະ ຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ ປີ 2022; ເຊິ່ງໃນນີ້, ໄດ້ຕົກລົງຍົກຂັ້ນເງິນເດືອນຈາກຊັ້ນພັນໂທ ຂຶ້ນຊັ້ນ ພັນເອກ ໃຫ້ ສະຫາຍ ພັທ ສົມໄຊ ແສງຄຳຢອງ ຫົວໜ້າຫ້ອງ ການ, ເລື່ອນຊັ້ນ ພັຕ ຂຶ້ນ ພັທ 8 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 6 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 34 ສະ ຫາຍ ຍິງ 4 ສະຫາຍ. ຮັບຮອງເອົາ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຈໍານວນ 16 ໜ່ວຍພັກ. ໃນນີ້, ມີໜ່ວຍພັກຮາກຖານທີ່ໄດ້ນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ປີຊ້ອນ ມີຈໍານວນ 12 ໜ່ວຍພັກ, 3 ປີຊ້ອນ ມີ 2 ໜ່ວຍ, 2 ປີ ຊ້ອນ ມີ 1 ໜ່ວຍ.