ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍລັດຖະບານ ແລະ ນິຕິກຳທີ່ກ່ຽວຂ້ອງ ໃນວັນທີ 1 ມີນາ 2023, ທີ່ສະໂມສອນແຂວງຄໍາມ່ວນ, ພາຍໃຕ້ການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ມີບັນດາທ່ານຮອງເຈົ້າແຂວງ, ຄະນະຈັດຕັ້ງແຂວງ, ຫົວໜ້າຫ້ອງວ່າການແຂວງ, ຂະ ແໜງການກ່ຽວຂ້ອງຂອງ 9 ແຂວງ ພາກກາງ ແລະ ພາກໃຕ້, ແຂກຮັບ ເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ພອງສະຫວັນ ແລະ ທ່ານ ນາງ ທິບພະກອນ ຈັນທະວົງສາ ໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງແຂວງຄໍາມ່ວນ ແລະ ຍົກໃຫ້ເຫັນປະຫວັດຄວາມເປັນມາ, ສະພາບການຈັດຕັ້ງປະຕິບັດ ແລະ ເຫດຜົນໃນການສ້າງ ແລະ ປັບປຸງກົດ ໝາຍ ວ່າດ້ວຍລັດຖະບານ ໃນແຕ່ລະໄລຍະ, ເຊິ່ງນັບຕັ້ງແຕ່ໄດ້ປະກາດໃຊ້ຄັ້ງທຳອິດໃນປີ 1995 ແມ່ນໄດ້ຮັບການປັບປຸງ 4 ຄັ້ງຄື: ປີ 2003, 2015, 2016 ແລະ ປີ 2021.

ສໍາລັບສະບັບປັບປຸງປີ 2021 ແມ່ນເພື່ອໃຫ້ສອດຄ່ອງກັບໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງລັດຖະບານ ຊຸດທີ IX, ແບບແຜນວິທີເຮັດ ວຽກຂອງລັດຖະບານ ແລະ ການປັບປຸງກົດໝາຍກ່ຽວຂ້ອງ ເປັນຕົ້ນກົດໝາຍ ວ່າດ້ວຍສະພາປະຊາຊົນສູງສຸດ, ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນ ແຂວງ ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.

ຈຸດປະສົງໃນການເຜີຍແຜ່ກົດໝາຍ ແລະ ນິຕິກໍາໃນຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຊື່ອມຊຶມບັນດາເນື້ອໃນຈິດໃຈຂອງນິຕິກຳດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຂົງເຂດວຽກງານພາກສ່ວນຂອງຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ, ເພື່ອເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມມີຄວາມເປັນເອກະພາບ, ມີປະສິດທິພາບ, ໄດ້ຮັບປະສິດທິຜົນ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແທດເໝາະກັບສະພາບ ການພັດທະນາເສດຖະກິດ-ສັງຄົມ ກໍຄືເງື່ອນໄຂຈຸດພິເສດໃນການບໍລິຫານ-ຄຸ້ມຄອງລັດໃນແຕ່ລະໄລຍ.

ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ ເປັນຕົ້ນແມ່ນຂໍ້ຕົກລົງວ່າ ດ້ວຍລະບຽບການ ແລະ ກົນໄກການ ເຮັດວຽກຂອງລັດຖະບານ ຊຸດທີ IX ສະບັບເລກທີ 41/ນຍ; ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການສຳນັກງານນາຍົກ; ຂໍ້ ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງຫ້ອງການສຳນັກງານນາຍົກ ແລະ ບັນດານິຕິກຳທີ່ກ່ຽວຂ້ອງຈາກກົມກົດໝາຍກະຊວງ ຍຸຕິທຳ.