ໜ່ວຍສະຫະພັນແມ່ຍິງກົົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 2 ມີນາ, ໂດຍມີ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີຄະນະພັກ-ຄະນະກົມ, ຫົວໜ້າ-ຮອງພະແນກ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ

ພັທ ນາງ ແກ້ວອຸດອນ ແກ້ວລາວົງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກ່າວວ່າ:

ໃນ 1 ປີ ຜ່ານມາ, ໄດ້ຈັດງານວາງສະແດງຮູບພາບການພົວພັນຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລະ ຈັດຕັ້ງຮັບແຂກເຂົ້າມາທ່ຽວຊົມງານວາງສະແດງດັ່ງກ່າວ ຈຳນວນ 58 ຄະນະ ລວມມີຈຳນວນ 1.770 ຄົນ; ໃນນັ້ນ, ແຂກຫວຽດນາມ ຈໍານວນ 6 ຄະນະ ມີ 170 ຄົນ.

ພັທ ນາງ ແກ້ວອຸດອນ ແກ້ວລາວົງ ຫົວໜ້າໜ່ວຍສະຫະພັນແມ່ຍິງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ

ພົວພັນເອົາຂໍ້ມູນ, ຮູບພາບນໍາກົມສື່ມວນຊົນ, ອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈຳ ສປປ ລາວ ເພື່ອຈັດງານວາງສະແດງຮູບພາບການພົວພັນຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022.

ປະກອບສ່ວນຄົ້ນຄວ້າຮຽບຮຽງປະຫວັດສາດຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳ ສປປ ລາວ ແລະ ປະສານງານກັບກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ, ກົມນະໂຍບາຍ ກົມໃຫຍ່ການເມືອງ ກ່ຽວກັບ ການປະດັບຫຼຽນໄຊ ໃຫ້ຄະນະຮັບຜິດຊອບຄົ້ນຄວ້າຮຽບຮຽງປະຫວັດສາດຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈຳຢູ່ ສປປ ລາວ ແລະ ໄດ້ເຂົ້າຮ່ວມປະດັບຫຼຽນໄຊແຮງງານ ໃຫ້ຄະນະຮັບຜິດຊອບ ຄົ້ນຄວ້າຮຽບຮຽງປະຫວັດສາດຊ່ຽວຊານ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈຳ ສປປ ລາວ.

ປັບປຸງປຶ້ມປະຫວັດສາດມູນເຊື້ອ 20 ປີ ຂອງກົມ 512 ພ້ອມທັງຈັດພິມສຳເລັດ, ຄົ້ນຄວ້າບັນດາຂໍ້ມູນເອກະສານ ແລະ ຮູບພາບທີ່ເປັນມູນເຊື້ອຂອງກົມມາຈັດວາງສະແດງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ຄົບຮອບ 20 ປີ, ພ້ອມທັງແຈກຢາຍປຶ້ມປະຫວັດມູນເຊື້ອ 20 ປີ ຂອງກົມໃຫ້ຄະນະປະຈຳພັກກະຊວງ, ພະນັກງານອາວຸໂສບຳນານ, ກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງ ທົ່ວປະເທດ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໄດ້ເປີດບັ້ນດຳເນີນຊີວິດການເມືອງ ແລະ ສະຫຼຸບຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2022 ສຳເລັດ, ມີຜູ້ເຂົ້າແຂ່ງຂັນ 38 ຄົນ, ຜ່ານການຈັດຕັ້ງປະຕິບັດໜ່ວຍແມ່ຍິງ ສາມາດຄັດເລືອກໄດ້ເປັນໜ່ວຍ 2 ດີ, ສະມາຊິກ 3 ດີ ປະເພດ I ມີ 38 ຄົນ, ຄັດເລືອກໄດ້ຕົວແບບດ້ານວິຊາສະເພາະ ຈຳນວນ 4 ຄົນ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂອງກໍາລັງ, ຂອງສະຫະພັນແມ່ຍິງລາວ, ມະຕິ, ຄຳສັ່ງແຜນການຂອງຂັ້ນເທິງ ເພື່ອແນໃສ່ປັບປຸງອົງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນວິທີເຮັດວຽກທີ່ດີ, ສາມາດເປັນກໍາລັງແຮງທີ່ເຂັ້ມແຂງ ໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມສະມາຊິກແມ່ຍິງ ປະຕິບັດໜ້າທີ່ການເມືອງຂອງຕົນສຳເລັດຕາມການມອບໝາຍ.