ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ, ຍົກຂັ້ນເງິນເດືອນ ແລະ ສັບຊ້ອນນາຍຕຳຫຼວດຫຼັກແຫຼ່ງ ໃຫ້ບັນດາກົມ, ຫ້ອງ ທີ່ຂຶ້ນກັບ ຫ້ອງວ່າການ ໃນວັນທີ 3 ມີນາ 2023, ໂດຍມີ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ, ຄະນະບັນຊາກົມ, ຫ້ອງ ຕະຫຼອດຮອດນາຍ ແລະ ຕໍາຫຼວດ ເຂົ້າຮ່ວມ.

ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ

ພ້ອມທັງຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນ ໃຫ້ນາຍຕຳຫຼວດຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງໄດ້ຍົກຂັ້ນເງິນເດືອນ ຊັ້ນພັນໂທ ຂຶ້ນເປັນ ຊັ້ນພັນເອກ ໃຫ້ 3 ສະຫາຍ.

ພ້ອມທັງຜ່ານຂໍ້ຕົກລົງຂອງ ຫ້ອງວ່າການ ກະຊວງ ປກສ ວ່າດ້ວຍ ການສັບຊ້ອນນາຍ ແລະ ພົນຕຳຫຼວດ ໃຫ້ບັນດາກົມ ແລະ ຫ້ອງ ທີ່ຂຶ້ນກັບ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ສັບຊ້ອນດັ່ງນີ້:

  • ຫ້ອງການເມືອງ 4 ສະຫາຍ
  • ກົມເສນາທິການ 2 ສະຫາຍ
  • ກົມເລຂາ 1 ສະຫາຍ
  • ກົມພົວພັນຕ່າງປະເທດ 2 ສະຫາຍ
  • ກົມນິຕິກຳ ແລະ ກົດໝາຍ 3 ສະຫາຍ
  • ກົມຄຸ້ມຄອງເອກະສານ 4 ສະຫາຍ
  • ກົມບໍລິຫານ 9 ສະຫາຍ

ໃນໂອກາດດັ່ງກ່າວ, ພົຈວ ອານຸເດດ ຄູນຄໍາ ໄດ້ໃຫ້ທິດຊີ້ນຳຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງ, ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄື ຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ຊອກຮູ້ບຸກບືນຮໍ່າຮຽນ ເພື່ອເຮັດໃຫ້ຕົນເອງມີຄວາມຮູ້ຄວາມສາມາດ, ຊໍານິຊໍານານດ້ານວຽກງານວິຊາສະເພາະ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.