ສະຫາຍ ພັອ ທອງພັດ ແສນສຸວັນ ຄະນະພັກ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກອງບັນຊາການ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນກົມກອງຂອງຕົນໃຫ້ດີ ເພື່ອຮັບປະກັນບໍ່ໃຫ້ນາຍ ແລະ ພົນຕໍາຫຼວດ ຖືກປະຕິບັດວິໄນ.

ຄໍາໂອລົມກ່າວດັ່ງກ່າວ ໄດ້ມີຂຶ້ນໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາ-ປ້ອງກັນກໍາລັງ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຂອງກອງບັນຊາການ ປທ ໃນວັນທີ 2 ມີນາ 2023; ໂດຍ ສະຫາຍ ພັອ ທອງພັດ ແສນສຸວັນ ໄດ້ເນັ້ນວ່າ:

ເພື່ອຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ຢູ່ພາຍໃນກົມກອງອ້ອມຂ້າງກອງບັນຊາການ ບັນດາຄະນະພັກ-ຄະນະບັນຊາ ໂດຍສະເພາະ ຜູ້ຊີ້ນໍາ-ນໍາພາວຽກງານກວດກາ-ປ້ອງກັນກໍາລັງ ແຕ່ລະກົມກອງອ້ອມຂ້າງກອງບັນຊາການ ຕ້ອງເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ກຳແໜ້ນລະບຽບກົດໝາຍຂອງລັດ ແລະ ຕື່ນຕົວປະຕິບັດຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ, ມີຄວາມສາມັກຄີ, ມີຄວາມຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ປະຕິບັດຕາມລະບອບ, ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ມະຕິຄໍາສັ່ງຂອງຂັ້ນເທິງວາງອອກ, ສຸມໃສແກ້ໄຂ້ປະກົດການຫຍໍ້ທໍ້ ຢູ່ພາຍໃນກົມກອງຂອງຕົນ ໂດຍສະເພາະ ບັນຫາໜີ້ສິນຄຸມເຄືອ ແລະ ບັນຫາອື່ນໆຂອງພະນັກງານຈຳນວນໜ້ອຍໜຶ່ງ ແມ່ນຍັງບໍ່ທັນເປັນແບບຢ່າງໃຫ້ແກ່ນາຍ ແລະ ພົນຕໍາຫຼວດ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດບັນດາກົມກອງຂອງຕົນ.

ໃນປີ 2022, ຄະນະພັກ-ຄະນະກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳຄະນະກວດກາແຕ່ລະຂັ້ນ ເຮັດໜ້າທີ່ວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນກອງບັນຊາການປ້ອງກັນເຄື່ອນທີ່ ໂດຍສະເພາະ ຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຕິດຕາມ, ກວດກາການເຄື່ອນໄຫວຂອງນາຍ ແລະ ພົນຕຳຫຼວດ ພາຍໃນກົມກອງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ເມື່ອມີປະກົດການຫຍໍ້ທໍ້ເກີດຂຶ້ນ ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບກວດກາ, ພ້ອມທັງປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາຕົວຈິງຕໍ່ບັນຫາທີ່ເກີດຂຶ້ນ, ເມື່ອກວດກາພົບເຫັນສາເຫດຂອງບັນຫາແລ້ວ ກໍໄດ້ພ້ອມກັນແກ້ໄຂຢ່າງວ່ອງໄວ, ຖ້າວ່າມີຄວາມຮ້າຍແຮງກໍໄດ້ສະຫຼຸບລາຍງານສົ່ງໃຫ້ຂັ້ນເທິງ.

ນອກຈາກນີ້, ຍັງໄດ້ນໍາພາສະມາຊິກເຮັດໜ້າທີ່ຕິດຕາມ, ກວດກາການຈັດຕັ້ງອອກກວດກາລາດຕະເວນ ໄດ້ທັງໝົດ 2.580 ຄັ້ງ, ກັກຜູ້ຖືກຫາໄດ້  66 ຄົນ ຍິງ 5 ຄົນ, ຢຶດຂອງກາງໄດ້ ຢາບ້າ 709 ມັດ ກັບ 1.418.092 ເມັດ, ອາວຸດປືນ 2 ກະບອກ, ລູກປືນ 4 ລູກ, ໄມ້ດູ່ 4 ແມັດກ້ອນ, ໜັງຊ້າງ 50 ແມັດ, ນໍ້າມັນກາຊວນເຖື່ອນ 9.000 ລິດ, ລົດໃຫຍ່ 19 ຄັນ, ລົດຈັກ 84 ຄັນ, ກວດກູ້ວັດຖຸລະເບີດໄດ້ 16 ໜ່ວຍ ແລະ ເຄື່ອງຂອງອື່ນໆອີກຫຼາຍລາຍການ.