ກອງບັນຊາການ ປກສ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2022, ໂດຍມີ ສະຫາຍ ພັທ ພອນສະຫວັນ ວໍລະສັກ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ສະຫາຍ ພັທ ຄໍາຫຼ້າ ພອນພະຈັນ ຄະນະພັກຮາກຖານ ເລຂາໜ່ວຍພັກຫ້ອງການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງ ປະຈຳປີ 2022 ຂອງກອງບັນຊາການ ປກສ ເມືອງເງິນ ວ່າ: ການດໍາເນີນຊີວິດການເມືອງຂອງກອງບັນຊາການ ປກສ ເມືອງໃຊ້ເວລາທັງໜົດ 4 ວັນ, ໂດຍປະຕິບັດຕາມຂັ້ນຕອນໃນການດໍາເນີນຊີວິດການເມືອງ ເປັນຕົ້ນແມ່ນໄດ້ນໍາພາເຊື່ອມຊຶມເອກະສານ, ເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດ ອັນສະຫງ່າງາມຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດ, ສິນທໍາປະຕິວັດ ແລະ ແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດ ແລະ ເອກະສານຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ; ຈາກນັ້ນ, ກໍໄດ້ດໍາເນີນຊີວິດການເມືອງ ເພື່ອສໍາຫຼວດ ກວດກາ ແລະ ຕີລາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ເຊິ່ງມີສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມທັງ ໜົດ 84 ສະຫາຍ ຍິງ 11 ສະ ຫາຍ, ເພື່ອ ຕີລາຄາໃນການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃນໄລຍະໜຶ່ງປີຜ່ານມາ ເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ດ້ວຍບັນກາດຟົດຟື້ນສ້າງສັນ, ທັງເປັນການປັບປຸງ ແລະ ພັດທະນາກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມທັນສະໄໜຂຶ້ນໄປເລື້ອຍໆ.

ຜ່ານການດໍາເນີນຊີວິດການເມືອງໃຫ້ສະຊິກພັກນາຍ ແລະ ພົນຕໍາຫຼວດ ໃນຄັ້ງນີ້ ສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ, ນາຍ ແລະ ພົນຕໍາ ຫຼວດ: ປະເພດ I ມີ 77 ສະຫາຍ ຍິງ 8 ສະຫາຍ, ປະເພດ II ມີ 2 ສະຫາຍ ຍິງ 1 ສະຫາຍ ແລະ ປະເພດ III ມີ 1 ສະຫາຍ, ປະເພດຂອງມະຫາຊົນ, ປະ ເພດ I ມີ 3 ສະຫາຍ ຍິງ 1 ສະຫາຍ, ປະເພດ II ມີ 1 ສະຫາຍ.