ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງຫຼວງນ້ຳທາ ຊຸດທີ II ໃນທ້າຍອາທິດຜ່ານມາ, ເຜີຍແຜ່ໂດຍ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ສັນ ຕິບານ ກະຊວງ ປກສ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 3, ມີ ພັທ ພອນແກ້ວ ພົງແສນຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີຄະນະພັກ-ຄະນະບັນຊາ, ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ສະພາປະຊາຊົນແຂວງ, ສະມາຊິກສະພາປະຈຳເຂດເລືອກຕັ້ງທີ 3, ມີຄະນະຫ້ອງ, ກອງ, ຄ້າຍ, ລປພ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂັ້ນຮອງພະແນກຂຶ້ນໄປເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ດຳເນີນມາແຕ່ວັນທີ 5-30 ທັນວາ 2022, ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ບັນຫາອື່ນໆ. ສຳ ລັບກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງ ຊຸດທີ II ໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ປະຈໍາປີ 2022 ຂອງແຂວງ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2022; ບົດລາຍງານການ ເຄື່ອນໄຫວວຽກງານອົງການກວດສອບປະຈໍາພາກເໜືອ ປະຈໍາປີ 2022 ແລະ ທິດທາງແຜນການ ເຄື່ອນໄຫວປະຈໍາປີ 2023.

ພາຍຫຼັງເຜີຍແຜ່ສໍາເລັດແລ້ວ, ພົຈວ ປອ ວັນທອນ ສຸລິສັກ ກໍໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ນໍາເອົາເນື້ອໃນຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄປເຜີຍແຜ່ໃຫ້ນາຍ ແລະ ພົນຕຳຫຼວດຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ ພ້ອມກັນຕິດຕາມກວດກາການແກ້ໄຂບັນດາປະກົດການຫຍໍ້ທໍ້ພາຍໃນສັງຄົມ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ມີໝາກຜົນດີ.