ກະຊວງ ປກສ ໄດ້ລົງເຄື່ອນໄຫວສຳມະນາວິທະຍາສາດ ໃນຫົວຂໍ້: ການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂັ້ນກົມໃຫຍ່ ຂອງກະຊວງ ປກສ ຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ໃນທ້າຍອາທິດຜ່ານມາ, ໂດຍການນໍາພາຂອງ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະກອງບັນຊາການ 4 ແຂວງພາກໃຕ້, ຄະນະຫ້ອງ, ປກສ ເມືອງ, ນະຄອນ ພ້ອມດ້ວຍກຳລັງວິຊາສະເພາະ ເຂົ້າຮ່ວມ.

ພົຈວ ປອ ວັນສົມ ສີສົມບັດ ຄະນະພັກກະຊວງ ອຳນວຍການວິທະຍາຄານສັນຕິບານປະຊາຊົນ ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບ ສະພາບການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ ປກສ ໂດຍອີງຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງມີ 4 ສະໄໝທີ Xl ມອບໃຫ້ລັດຖະບານປັບປຸງກົງຈັກການຈັດຕັ້ງຂັ້ນກົມໃຫຍ່ ໃນກຳລັງ ປກຊ-ປກສ ໂດຍເນັ້ນໃສ່ການຍົກສູງປະສິດທິພາບຂອງວຽກງານຕາມທິດກະທັດຮັດ ແລະ ມີປະສິດທິຜົນໃນຄັ້ງວັນທີ 23 ມິຖຸນາ 2022.

ອີງຕາມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກຳລັງພົນ ໃນກຳລັງ ປກສ ສະບັບເລກທີ 15/ຄພ.ປກສ, ລົງວັນທີ 20 ມັງກອນ 2022, ອີງຕາມຂໍ້ຕົກລົງ ວ່າດ້ວຍ ການເປີດກອງປະຊຸມສຳມະນາວິທະຍາສາດລະດົມຄວາມຄິດເຫັນກ່ຽວກັບ ການປັບປຸງກົງຈັກການຈັກຕັ້ງຂັ້ນກົມໃຫຍ່ຂອງ ກະຊວງ ປກສ ສະບັບເລກທີ 1818/ປກສ, ລົງວັນທີ 23 ມິຖຸນາ 2022, ເຊິ່ງຄະນະຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງ ກະຊວງ ປກສ ໄດ້ສັງລວມສະພາບກົງຈັກການຈັດຕັ້ງ ໃນປັດຈຸບັນ ແລະ ຄາດກະກົງຈັກການຈັດຕັ້ງ ຖ້າວ່າຍຸບຂັ້ນກົມໃຫຍ່ຂອງ ກະຊວງ ປກສ ໃນຕໍ່ໜ້າຈະມີດັ່ງນີ້: ກົມໃຫຍ່ການເມືອງ ປກສ, ກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ, ກົມໃຫຍ່ພະລາທິການ ແລະ ຫ້ອງວ່າການ ກະຊວງ, ທີ່ຈະໄດ້ມີການຍຸບກົມຕ່າງໆ ເພື່ອຈະໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ມີລັກສະນະສັງລວມ, ວິໄຈ ແລະ ລົງເລິກໃນບາງບັນຫາທີ່ຈະເປັນພື້ນຖານ ແລະ ເປັນປະໂຫຍດຕໍ່ການຄົ້ນຄ້ວາປັບປຸງກົງຈັກການຈັດຕັ້ງ ຂັ້ນກົມໃຫຍ່ຂອງກະຊວງ ໃນຕໍ່ໜ້າ.