ວັນທີ 3 ມີນາ 2023, ວິທະຍາຄານຕໍາຫຼວດປະຊາຊົນ ປະກາດເລື່ອນຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດ, ເປັນປະທານ ແລະ ໃຫ້ກຽດປະດັບຊັ້ນໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ ແລະ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ຮິ່ງນ້ອຍ ສຸກສະຫວັນ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 387/ປກສ, ລົງວັນທີ 20 ກຸມພາ 2023 ວ່າດ້ວຍ ການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນ ໃຫ້ນາຍຕໍາຫຼວດ 1 ສະຫາຍ ແລະ ຂໍ້ຕົກລົງສະບັບເລກທີ 308, 309, 310/ປກສ, ລົງວັນທີ 20 ກຸມພາ 2023 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ວິທະຍາຄານຕໍາຫຼວດປະຊາຊົນ ທັງໝົດ 30 ສະຫາຍ ຍິງ 11 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 4 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 21 ສະຫາຍ ຍິງ 9 ສະຫາຍ

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕໍາຫຼວດທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມບຸກບືນຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງຮອບດ້ານ, ມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ມີຄວາມສາມັກຄີເປັນປຶກແຜ່ນ, ຊອກຮູ້ຮໍ່າຮຽນນໍາການຈັດຕັ້ງ, ການປະຕິບັດວຽກງານຕົວຈິງ ແລະ ບຸກຄົນທີ່ມີປະສົບການ ເພື່ອເປັນການເສີມສ້າງຄວາມຮູ້-ຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.