ພິທີປິດບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2022 ຂອງກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2023, ເປັນປະທານໂດຍສະຫາຍ ພັທ ສະເຫວີຍ ແສງອາພອນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ນາຍ ແລະ ພົນຕໍາຫຼວດ ທົ່ວກົມກອງເຂົ້າຮ່ວມ.

ກອງບັນຊາການ ປກສ ເມືອງແກ່ນທ້າວ ມີຄະນະກອງບັນຊາການ 5 ສະຫາຍ ຍິງ 1 ສະຫາຍ, ໂຄງຮ່າງການຈັດຕັ້ງຂຶ້ນກັບການຊີ້ນໍາບັນຊາມີ 7 ພະ ແນກ, ມີ ປກສ ກຸ່ມບ້ານ 9 ກຸ່ມບ້ານ, ຜ່ານການດໍາເນີນຊີວິດການເມືອງ ເປັນເວລາ 4 ວັນ, ນາຍ ແລະ ພົນຕໍາຫຼວດທຸກສະຫາຍ ໄດ້ເອົາໃຈໃສ່ຕໍານິກໍ່ສ້າງ, ປັບປຸງຈຸດອ່ອນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ດ້ວຍບັນຍາກາດທີ່ມີຄວາມສາມັກຄີ ແລະ ສ້າງສັນທັງນໍາເອົາເນື້ອໃນຈິດໃຈບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2022 ໄປເປັນແຜນງານ ແລະ ໂຄງການອັນ ລະອຽດໃນການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ເປັນກ້າວໆ.

ຜ່ານການດໍາເນີນຊີວິດການເມືອງສໍາຫຼວດກວດກາ ແລະ ຕີລາຄາດ້ານດີ-ດ້ານອ່ອນ ຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເຫັນໄດ້ດ້ານດີ-ດ້ານ ອ່ອນ, ປະເພດຂອງສະມາຊິກພັກມີຈໍານວນທັງໝົດ 143 ສະຫາຍ ຍິງ 15 ສະຫາຍ, ລາຄາແບ່ງປະເພດໄດ້ປະເພດແຂງ 135 ສະຫາຍ ຍິງ 15 ສະ ຫາຍ, ປະເພດກາງ 8 ສະຫາຍ ປະເພດຂອງມະຫາຊົນຈໍານວນທັງໝົດ 9 ສະຫາຍ ຍິງ 4 ສະຫາຍ ໄດ້ປະເພດດີມີ 8 ສະຫາຍ ຍິງ 3 ສະຫາຍ, ປະເພດອ່ອນ ມີ 1 ສະຫາຍ ຍິງ 1 ສະຫາຍ.