ພິທີເປີດຝຶກອົບຮົມບໍາລຸງວຽກງານເສນາພະລາທິການ ລະບົບ 5 ເດືອນ ຊຸດທີ I ໃຫ້ນາຍ ແລະ ພົນຕໍາຫຼວດ ພະລາທິການ ປກສ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2023, ໂດຍມີ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ພົຈວ ປອ ບົວເຮືອງ ສົມຟອງບຸດຕາຂັນ ຫົວໜ້າການທະຫານ ຜູ້ອໍານວຍການ ວິທະຍາຄານພະລາທິການ ກອງທັບ, ມີ ທ່ານຮັກສາການ ຫົວໜ້າກົມໃຫຍ່ພະລາທິການ ປກສ, ຜູ້ຕາງໜ້າຈາກບັນດາກົມກອງອ້ອມຂ້າງ ກະຊວງ ປກສ, ກະຊວງປ້ອງກັນປະເທດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງນາຊາຍທອງ ພ້ອມດ້ວຍພະນັກງານ-ຄູອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ໃນພິທີ, ພັອ ສີທອນ ພີມສີວົງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ຮອງຫົວໜ້າຄະນະຊີ້ນໍາຊຸດບໍາລຸງວຽກງານເສນາພະລາທິການ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ເປີດຊຸດບໍາລຸງວຽກງານເສນາພະລາທິການ ລະບົບ 5 ເດືອນ ຊຸດທີ I ໃຫ້ນາຍຕຳຫຼວດພະລາທິການ ປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ.

ການເປີດຊຸດບໍາລຸງວຽກງານເສນາພະລາທິການ ລະບົບ 5 ເດືອນ ໃນຄັ້ງນີ້ ຕາມແຜນການແມ່ນຈະເປີດ 4 ຊຸດ, ເຊິ່ງຊຸດນີ້ແມ່ນເປັນຊຸດທໍາອິດ ມີພະນັກງານພະລາທິການ ປກສ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມບໍາລຸງ 60 ສະຫາຍ, ຈຸດປະສົງ ແມ່ນເພື່ອບໍາລຸງກໍ່ສ້າງນາຍຕໍາຫຼວດພະລາທິການ ຂອງບັນດາກົມກອງອ້ອມຂ້າງ ກະຊວງ, ກອງບັນຊາການ ປກສ ແຂວງ ແລະ ເມືອງ ທີ່ຍັງບໍ່ທັນຜ່ານວິຊາສະເພາະພະລາທິການ.

ເນື້ອໃນໂຄງການຫຼັກສູດ ແມ່ນມາຈາກໂຄງການຫຼັກສູດຂອງ ວິທະຍາຄານພະລາທິການ ກອງທັບ, ໄລຍະຮຽນຕົວຈິງແມ່ນ 5 ເດືອນ, ລວມເວລາທັງໝົດມີ 700 ຊົ່ວໂມງ, ບໍາລຸງຕົວຈິງ 580 ຊົ່ວໂມງ, ເວລາສໍາຮອງ 120 ຊົ່ວໂມງ, ໄດ້ເລີ່ມຕົ້ນເຂົ້າຮຽນມາແຕ່ວັນທີ 27 ກຸມພາ 2023 ແລະ ຄາດກະຈະປິດສົກຮຽນ ໃນວັນທີ 15 ສິງຫາ 2023.

ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດບໍາລຸງ, ພະນັກງານ, ຄູ-ອາຈານ ທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ຕາມການມອບໝາຍ ແລະ ສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈສູງຂອງນັກສໍາມະນາກອນທຸກສະຫາຍ ທີ່ໄດ້ພ້ອມກັນຕັດສິນໃຈເຂົ້າຮ່ວມບໍາລຸງໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ຄູ-ອາຈານ ແລະ ຄະນະຮັບຜິດຊອບ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອຖ່າຍທອດຄວາມຮູ້, ຄວາມສາມາດໃຫ້ນັກສໍາມະນາກອນຮັບຮູ້, ເຂົ້າໃຈແຈ້ງ ແລະ ສາມາດນໍາໄປນໍາໃຊ້ໄດ້ຢ່າງຖືກຕ້ອງ ຢູ່ໃນກົມກອງຕົນ.

ນັກສໍາມະນາກອນທຸກສະຫາຍ ຕ້ອງໄດ້ພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດກົດລະບຽບຕ່າງໆ, ສຸມທຸກສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ, ຖອດຖອນບົດຮຽນ ແລະ ຮໍ່າຮຽນເອົາຄວາມຮູ້ ເພື່ອນໍາໄປພັດທະນາວຽກງານພະລາທິການ ປ້ອງກັນຄວາມສະຫງົບ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ.