ກອງປະຊຸມໃຫຍ່ ຄັ້ງທີ່ I ຂອງໜ່ວຍພັກພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ເປັນປະທານໂດຍສະຫາຍ ພັທ ແອັງ ວົງພະໄຕ ເລຂາໜ່ວຍພັກພະແນກກວດກາ ແລະ ຄວບຄຸມຢາເສບຕິດ,ມີ ສະຫາຍ ພັທ ຄຳຟອງ ວົງດາລາແສນ ຄະນະປະຈຳພັກກອງບັນຊາການ ປກສ ແຂວງ, ເລຂາຄະນະພັກຮາກຖານຫ້ອງຕໍາຫຼວດ, ພ້ອມດ້ວຍຄະນະຮັບຜິດຊອບ, ແຂກຮັບເຊີນສະມະຊິກພັກເຂົ້າ ຮ່ວມ.

ສະຫາຍ ພັທ ແສງລາຕີ ໂສຍວົງໄຊ ຮອງເລຂາໜ່ວຍພັກ ຮອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການຕໍ່ໜ້າວ່າ: ໜ່ວຍພັກພະແນກກວດກາ ແລະ ຄວບຄຸມຢາເສບຕິດ ເປັນໜ່ວຍພັກຮາກຖານໜຶ່ງທີ່ຂຶ້ນກັບຄະນະ ພັກຮາກຖານຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ປະກອບມີ ຄະນະພັກ 2 ສະຫາຍ ມີສະມາຊິກພັກທັງໝົດ 17 ສະຫາຍ ຍິງ 8 ສະຫາຍ. ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກ ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ ແລະ 3 ທິດນໍາຂອງວຽກງານປັບປຸງກໍ່ສ້າງພັກ, ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານເປັນປົກກະຕິຕໍ່ເນື່ອງ. ນອກນນັ້ນ, ຍັງໄດ້ສົ່ງພະນັກງານເຂົ້າຮ່ວມຮ່ຳຮຽນບຳລຸງທິດສະດີການເມືອງ ລະບົບ 45 ວັນ ໄດ້ 2 ສະຫາຍ, ໄດ້ສະເໜີມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ, ຮຽນລະບຽບພັກ 5 ສະຫາຍ, ຍິງ 2 ສະ ຫາຍ, ເຂົ້າພັກສໍາຮອງ ແລະ ເລື່ອນສຳຮອງຂຶ້ນສົມບູນຈຳນວນ 4 ສະຫາຍ ຍິງ 2 ສະຫາຍ.

ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່; ເຊິ່ງມີຜູ້ເຂົ້າສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມໄດ້ເປັນເອກະ ສັນກັນເລືອກເອົາສະຫາຍ ພັທ ແອັງ ວົງພະໄຕ ເປັນ ເລຂາໜ່ວຍພັກ, ສະຫາຍ ພັທບຸນມີຮວງປະທຸມ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ພັຕນາງ ຄອນສະຫວັນ ບົວລະພັນ ເປັນຄະນະທັງເປັນຜູ້ກວດກາໜ່ວຍພັກ.