ໃນວັນທີ 9 ມີນາ 2023, ທ່ານ ຈ້າວ ເວີນ ຢູ ທູດທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ນໍາພາຄະນະຊ່ຽວຊານ ສໍາຫຼວດ-ອອກແບບ ບໍລິສັດ ອອກແບບໂຄງການ ເອເລັກໂຕຣນິກ ຈໍາກັດ ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເພື່ອລາຍງານກ່ຽວກັບ ການລົງສໍາຫຼວດ-ອອກແບບສະຖານທີ່ຈິງ ໂຄງການກໍ່ສ້າງ ໂຮງຮຽນວັດທະນະທໍາຫຼັກ 67 ຂອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ຈາງ ຫົງ ຫຸ້ຍ ຫົວໜ້າຄະນະສໍາຫຼວດ ບໍລິສັດ ອອກແບບໂຄງການ ເອເລັກໂຕຣນິກ ຈໍາກັດ ໄດ້ລາຍງານກ່ຽວກັບ ການລົງສໍາຫຼວດ-ອອກແບບ ໂຄງການກໍ່ສ້າງ ໂຮງຮຽນວັດທະນະທໍາຫຼັກ 67 ໃຫ້ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຊາບກ່ຽວກັບຄວາມຄືບໜ້າຂອງໂຄງການດັ່ງກ່າວ ທີ່ສອງລັດຖະບານລາວ-ຈີນ ໄດ້ມີການຮ່ວມມືກັນພັດທະນາຂົງເຂດວຽກງານການສຶກສາໃນກໍາລັງປ້ອງກັນຄວາມສະຫງົບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາດ້ານຊັບພະຍາກອນມະນຸດທີ່ຈະກາຍເປັນໜໍ່ແໜງພະນັກງານສືບທອດຂອງກໍາລັງປ້ອງກັນຄວາມຫງົບ ສປປ ລາວ ໃຫ້ຮັບປະກັນໄດ້ທັງດ້ານຄຸນນະພາບການສຶກສາໃນທຸກລະບົບ.

ຈາກນັ້ນ, ພົຕ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຕ້ອນຮັບທ່ານທູດທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ແລະ ຄະນະຊ່ຽວຊານ ສໍາຫຼວດ-ອອກແບບ ຈາກບໍລິສັດອອກແບບໂຄງການ ເອເລັກໂຕຣນິກ ຈໍາກັດ ທີ່ໄດ້ສໍາເລັດການສໍາຫຼວດຕົວຈິງ ໂຄງການຊ່ວຍເຫຼືອກໍ່ສ້າງ ໂຮງຮຽນວັດທະນະທໍາຫຼັກ 67 ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ເຊິ່ງໂຄງການດັ່ງກ່າວ ເປັນໂຄງການທີ່ພັກ-ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຄວາມສໍາຄັນ ເພື່ອແນໃສ່ຜັນຂະຫຍາຍນະໂຍບາຍຂອງພັກ, ແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາ ໃນການຍົກສູງຄຸນນະພາບການສຶກສາໃນທຸກລະບົບໃຫ້ມີປະສິດທິຜົນສູງຂຶ້ນ, ເປັນໃຈກາງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາດ້ານຊັບພະຍາກອນມະນຸດ, ເຊິ່ງຈະກາຍເປັນໜໍ່ແໜງພະນັກງານສືບທອດຂອງກໍາລັງປ້ອງກັນຄວາມສະຫງົບ ສປປ ລາວ ທັງເປັນພື້ນຖານອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ສູງຂອງສອງລັດຖະບານ ລາວ-ຈີນ ຕໍ່ໂຄງການດັ່ງກ່າວ ທີ່ໄດ້ມີຄວາມພະຍາຍາມຮ່ວມກັນ ເພື່ອເຮັດໃຫ້ການດໍາເນີນໂຄງການປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.