ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 7 ມີນາ 2023, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ພູນສະຫວັນ ພັນທະເສນາ ຄະນະພັກກະຊວງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຮອງຫົວໜ້າ-ຄະນະກອງບັນຊາການ, ພ້ອມດ້ວຍຫ້ອງ, ກອງພັນ, ພະແນກ ແລະ ນາຍຕໍາຫຼວດ ເຂົ້າຮ່ວມ.

ພັທ ໜູກອນ ແສງວິໄລ ຫົວໜ້າຫ້ອງການເມືອງ ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນເຄື່ອນທີ່ ວ່າ:

ອີງຕາມກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງ ຄະນະຮັບຜິດຊອບປະຕິບັດນະໂຍບາຍການເລື່ອນຊັ້ນຕໍ່ນາຍ ແລະ ພົນຕໍາຫຼວດ ແລະ ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ. ໃນນີ້, ໄດ້ຕົກລົງເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 4 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 12 ສະຫາຍ ແລະ ຮ້ອຍໂທ ຂຶ້ນ ຮ້ອຍເອກ 7 ສະຫາຍ.

ໃນໂອກາດນີ້, ພົຈວ ພູນສະຫວັນ ພັນທະເສນາ ໄດ້ມີທິດຊີ້ນໍາຕໍ່ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ໃຫ້ຕັ້ງໜ້າຝືກຝົນຫຼ່ໍຫຼອມຕົນເອງໃນທຸກດ້ານ ເພື່ອກາຍເປັນນາຍຕໍາຫຼວດທີ່ດີເດັ່ນ, ຍົກສູງສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດລະບຽບວິໄນຂອງກໍາລັງໃຫ້ເຂັ້ມງວດ, ບຸກບືນເຮັດໜ້າທີ່ວິຊາສະເພາະໃຫ້ມີຜົນສໍາເລັດຕາມການມອບໝາຍ ແລະ ສາມາດເປັນແບບຢ່າງທີ່ດີໃຫ້ພົນຕໍາຫຼວດ ແລະ ຮັກສາຄວາມສາມັກຄີໃຫ້ແໜ້ນແຟ້ນໄປພ້ອມກັບການຊ່ວຍເຫຼືອເຊິ່ງກັນແລະກັນ ໃນການເຮັດໜ້າທີ່ວຽກງານ.

ໃນພິທີດັ່ງກ່າວ, ຍັງໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໃຫ້ບັນດາໜ່ວຍພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບ ກອງບັນຊາການປ້ອງກັນເຄື່ອນທີ່ ຈໍານວນ 11 ໜ່ວຍ, ມອບໃບຢັ້ງຢືນໂດຍ ພົຈວ ພູນສະຫວັນ ພັນທະເສນາ ຄະນະພັກກະຊວງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່.