ໃນວັນທີ 10 ມີ 2023, ສູນກາງສະຫະພັນແມ່ຍິງລາວ ຈັດພິທີສະເຫຼີມສະຫຼອງວັນແມ່ຍິງ ສາກົນ ຄົບຮອບ 113 ປີ ພາຍໃຕ້ຄໍາຂວັນ: ດີຈີຕອລ ສຳ ລັບທຸກຄົນ: ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ ເປັນປະທານໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະ ທານສູນກາງສະຫະພັນແມ່ຍິງລາວ, ມີຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງພາຍໃນ ແລະ ສາກົນ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ກ່າວວ່າ: ການຈັດງານໃນຄັ້ງນີ້ ແມ່ນໜຶ່ງໃນ 3 ກິດຈະກໍາຫຼັກທີ່ສູນ ກາງສະຫະພັນແມ່ຍິງລາວ ຮ່ວມກັບຄູ່ຮ່ວມພັດທະນາໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຮ່ວມກັບບັນດາແມ່ຍິງລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ແລະ ບັນດາແມ່ຍິງໃນບັນດາປະເທດຕ່າງໆໃນໂລກ; ສະເພາະມື້ນີ້, ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ໃນປີ 2023 ພາຍໃຕ້ຄໍາຂວັນ: ດີຈີຕອລສຳລັບທຸກຄົນ: ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ ຫົວຂໍ້ວັນແມ່ຍິງສາກົນໃນປີນີ້ຍັງ ສອດຄ່ອງກັບຫົວຂໍ້ຂອງ ກອງປະ ຊຸມ ຄັ້ງທີ 67 ຂອງຄະນະກໍາ ມະການວ່າດ້ວຍສະຖານະພາບ ຂອງແມ່ຍິງທີ່ກໍາລັງດໍາເນີນຢູ່ທີ່ສຳ ນັກງານໃຫຍ່ຂອງສະຫະປະຊາຊາດ ນະຄອນນິວຢອກ ສະຫະລັດອາເມລິກາ, ເຊິ່ງຄະນະຜູ້ແທນຈາກ ສປປ ລາວ ກໍໄດ້ເຂົ້າຮ່ວມ ແລະ ມີຄໍາເຫັນຕໍ່ກອງປະຊຸມດັ່ງກ່າວ; ເຊິ່ງໄດ້ຍົກໃຫ້ເຫັນຄວາມບໍ່ສະເໜີພາບຍິງ-ຊາຍທາງດ້ານເສດຖະກິດ ແລະ ສັງຄົມ ຈາກ ການນຳໃຊ້ດິຈິຕອລ ແລະ ເຕັກໂນໂລຊີ, ໂດຍສະເພາະແມ່ນໃຫ້ເຫັນຄວາມສຳຄັນໃນການປ້ອງກັນແມ່ ຍິງ ແລະ ເດັກຍິງ ທີ່ຖືກເອົາລັດ ເອົາປຽບ ແລະ ການຫາຜົນປະໂຫຍດທີ່ອຳນວຍຄວາມສະດວກຈາກການນຳໃຊ້ໄອທີ ແລະ ອິນເຕີເນັດ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນເຮັດໃຫ້ໂລກດິຈິຕອລ ມີຄວາມປອດໄພ, ມີຄວາມສະເໝີ ພາບ ແລະ ເທົ່າທຽມກັນກວ່າເກົ່າ.

ອີງຕາມສະຖິຕິຂອງກະຊວງເຕັກໂນໂລຊີ ແລະ ການສື່ສານເຫັນວ່າ ການນຳໃຊ້ສື່ສັງຄົມອອນລາຍໃນ ສປປ ລາວ ໃນຕົ້ນປີ 2022 ມີເຖິງ 3,80 ລ້ານຄົນ ຫຼາຍກວ່າ 51% ແລະ ມີຜູ້ນຳໃຊ້ Face book ຫຼາຍກວ່າ 47% ຂອງປະຊາກອນທົ່ວປະເທດຕົວເລກເຫຼົ່ານີ້ເພີ່ມຂຶ້ນເກືອບ 500.000 ຄົນ ຄິດເປັນກວ່າ 15% ການໃຊ້ອິນເຕີເນັດຂອງແມ່ຍິງ ແລະ ຜູ້ຊາຍໃນ ສປປ ລາວ ແມ່ນໃກ້ຄຽງກັນ 48,6% ຂອງແມ່ຍິງ ແລະ 45,5% ຂອງຜູ້ຊາຍທີ່ອາໄສຢູ່ໃນຕົວເມືອງ ໄດ້ໃຊ້ອິນເຕີເນັດຢ່າງໜ້ອຍອາທິດ ລະ 1 ຄັ້ງໃນ 3 ເດືອນຜ່ານມາ, ແຕ່ຢ່າງໃດກໍຕາມຕົວເລກການນຳໃຊ້ອິນເນັດຢູ່ໃນເຂດຊົນນະບົດ ແມ່ນມີໜ້ອຍມີພຽງ 15,5% ຂອງແມ່ຍິງ ແລະ 17% ຂອງຜູ້ຊາຍທີ່ໃຊ້ອິນເຕີເນັດໜຶ່ງຄັ້ງຕໍ່ອາທິດ.

ໃນຂະນະດຽວກັນ, ຄວາມ ຮຸນແຮງທາງອອນລາຍ ໄດ້ແຜ່ຂະ ຫຍາຍຢູ່ໃນ ສປປ ລາວ ມີແມ່ຍິງ, ໄວໜຸ່ມ ແລະ ປະຊາກອນທີ່ຫຼາກຫຼາຍແມ່ນເປັນເປົ້າ ໝາຍ ແລະ ມີຄວາມສ່ຽງສູງທີ່ຈະເກີດຄວາມຮຸນແຮງທາງອອນລາຍ, ຄວາມຮຸນ ແຮງທາງອອນລາຍແມ່ນມີຜົນກະທົບອັນໃຫຍ່ຫຼວງຕໍ່ຜູ້ຖືກເຄາະ ຮ້າຍ ຫຼື ຜູ້ລອດຊີວິດ; ສິ່ງທີ່ໜ້າເປັນຫວ່ງ ແລະ ເປັນກັງວົນທີ່ສຸດແມ່ນການນໍາໃຊ້ສື່ສັງຄົມອອນລາຍ ເພື່ອການຊື້-ຂາຍບໍລິການທາງເພດ, ການຄ້າມະນຸດ, ການໃຊ້ຮູບ ພາບ ເພື່ອການລ່ວງລະເມີດທາງ ເພດ, ການຄວບຄຸມ ແລະ ການຕິດ ຕາມພຶດຕິກໍາຂອງຄູ່ຮັກ ແລະ ການ ສະກົດຕາມທາງໄຊເບີ; ຢ່າງໃດກໍຕາມ, ສປປ ລາວ ກໍໄດ້ອອກນິຕຳກຳຫຼາຍສະບັບ ເພື່ອມາຄຸ້ມຄອງ ແລະ ແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ.