ວັນທີ 10 ມີນາ ທີ່ຜ່ານມາ, ສະຫະພາບເອີຣົບ ຫຼື ອີຢູ (EU) ໄດ້ບັນລຸຂໍ້ຕົກລົງທີ່ຈະຫຼຸດການນຳໃຊ້ພະລັງງານຂັ້ນສຸດທ້າຍ ລະຫວ່າງປະເທດສະມາຊິກ ຈຳນວນ 11,7% ໃນປີ 2030; ເຊິ່ງຝ່າຍນິຕິບັນຍັດ ກ່າວວ່າ: ມັນຈະເປັນສ່ວນສຳຄັນ ໃນການຕໍ່ສູ້ກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຍັງຊ່ວຍຄວບຄຸມການນຳໃຊ້ນ້ຳມັນເຊື້ອໄຟ ຈາກຣັດເຊຍຂອງເອີຣົບ ນຳອີກ.

ສຳນັກຂ່າວຣອຍເຕີ ລາຍງານຈາກນະຄອນຫຼວງບຣຸກແຊນ ປະເທດແບນຊິກ ໃນວັນທີ 12 ມີນາ ວ່າ: ການບັນລຸເປົ້າໝາຍດັ່ງກ່າວ ຮຽກຮ້ອງໃຫ້ປະເທດຕ່າງໆ ຕ້ອງປັບປຸງອາຄານຫຼາຍລ້ານແຫ່ງໃຫ້ມີຊ່ອງລະບາຍອາກາດ ເພື່ອຫຼຸດຜ່ອນການສິ້ນເປືອງພະລັງງານ; ເຊິ່ງເມື່ອກ່ອນ, ອາຄານສ່ວນຫຼາຍໃນເອີຣົບ ໄດ້ຮັບຄວາມຮ້ອນຈາກນໍ້າມັນເຊື້ອໄຟ. ສະນັ້ນ, ນະໂຍບາຍນີ້ຈຶ່ງມີຄວາມສຳຄັນຫຼາຍຕໍ່ກັບຄວາມພະຍາຍາມຂອງ EU ໃນການຕໍ່ສູ້ກັບການປ່ຽນແປງຂອງສະພາບດິນຟ້າອາກາດ.

ເຖິງວ່າຝ່າຍເຈລະຈາໄດ້ຕົກລົງກັນແລ້ວວ່າ ການນຳໃຊ້ພະລັງງານຂອງຜູ້ຊົມໃຊ້ປາຍທາງ ໃນກຸ່ມປະເທດສະມາຊິກ ເຊັ່ນ: ບ້ານເຮືອນ ແລະ ໂຮງງານ ຄວນຈະຕ່ຳກວ່າທີ່ຄາດໄວ້ 11,7% ພາຍໃນປີ 2030, ແຕ່ຂໍ້ຕົກລົງດັ່ງກ່າວ ແມ່ນຕ່ຳກວ່າເປົ້າໝາຍ 13% ທີ່ຄະນະກຳມະການເອີຣົບ ວາງອອກ ເມື່ອປີກາຍນີ້, ໂດຍ EU ລະບຸວ່າ: ຕ້ອງຊ່ວຍໃຫ້ປະເທດຕ່າງໆ ຢຸດນຳໃຊ້ເຊື້ອໄຟທຳຂອງຣັດເຊຍໃຫ້ໄວຂຶ້ນ, ຫຼັງຈາກຣັດເຊຍ ເລີ່ມປະຕິບັດການທາງທະຫານຢູ່ອູແກຣນ ໃນວັນທີ 24 ກຸມພາ 2022.