ພາຍຸເຂດຮ້ອນເຟຼັດດີ ພັດຖະຫຼົ່ມ ປະເທດມາລາວີ ແລະ ປະເທດໂມຊຳບິກ ເປັນຄັ້ງທີ 2 ພາຍໃນໄລຍະເວລາບໍ່ຮອດໜຶ່ງເດືອນ, ສົ່ງຜົນເຮັດໃຫ້ມີຈໍານວນຜູ້ເສຍຊີວິດ ຈາກອິດທິພົນຂອງພາຍຸດັ່ງກ່າວ ສະສົມຫຼາຍກວ່າ 100 ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງລີລອງເວ ປະເທດມາລາວີ ໃນວັນທີ 14 ມີນາ ວ່າ: ອົງການຄຸ້ມຄອງໄພພິບັດແຫ່ງຊາດ ມາລາວີ ລາຍງານຈຳນວນຜູ້ເສຍຊີວິດ ມີຢ່າງໜ້ອຍ 99 ຄົນ ແລະ ໄດ້ຮັບບາດເຈັບຈາກພາຍຸເຂດຮ້ອນເຟຼັດດີ ຈຳນວນ 200 ກວ່າຄົນ ໃນທ້າຍອາທິດທີ່ຜ່ານມາ, ພາຍຫຼັງທີ່ພາຍຸດັ່ງກ່າວ ໄດ້ພັດເຂົ້າໃສ່ ໂມຊຳບິກ.

ສ່ວນລະດັບຄວາມເສຍຫາຍຂອງໂມຊຳບິກ, ເຊິ່ງເປັນຜົນມາຈາກອິດທິພົນຮອບໃໝ່ຂອງພາຍຸເຟຼັດດີ ຍັງບໍ່ມີລາຍງານຈຳນວນຜູ້ເສຍຊີວິດຢ່າງຊັດ  ເຈນ ນັບຕັ້ງແຕ່ພະຍຸພັດເຂົ້າມາປະເທດຄັ້ງທຳອິດ ເມື່ອເດືອນທີ່ຜ່ານມາ, ແຕ່ມີການປະເມີນວ່າ ຈໍານວນການສະສົມແມ່ນປະມານ 136 ຄົນ ໂດຍນັບລວມທັງ 3 ເຂດ ຄື: ມາລາວີ, ໂມຊໍາບິກ ແລະ ມາດາກັດສ໌ກາ.

ດ້ານອົງການອຸຕຸນິຍົມໂລກ (WMO) ລາຍງານວ່າ: ພາຍຸເຟຼັດດີ ເປັນພາຍຸທີ່ຮຸນແຮງທີ່ສຸດທີ່ເຄີຍເກີດຂຶ້ນຢູ່ໃນພາກພື້ນຊີກໂລກໃຕ້ ແລະ ອາດຈະເປັນພາຍຸທີ່ມີອິດທິພົນຍາວນານທີ່ສຸດຂອງພາກພື້ນ; ເຊິ່ງປະກົດການທໍາມະຊາດດັ່ງກ່າວ ແມ່ນສິ່ງທີ່ຊີ້ໃຫ້ເຫັນເຖິງຄວາມຮຸນແຮງຂອງການປ່ຽນແປງສະພາບດິນຟ້າອາກາດທົ່ວໂລກ.