ສື່ຕ່າງປະເທດ ລາຍງານຈາກນະຄອນຫຼວງກີໂຕ ປະເທດເອກວາດໍ ໃນວັນທີ 19 ມີນາ ທີ່ຜ່ານມາ ວ່າ: ເກີດເຫດແຜ່ນດິນໄຫວຮຸນແຮງ 6,8 ແມັກນີຈູດ ໂດຍມີຈຸດສູນກາງຢູ່ພື້ນທະເລ ປະມານ 66,4 ກິໂລແມັດ ຫ່າງຈາກເມືອງບາເລົາ ແຂວງກົວຢາດສ໌ ຢູ່ແຄມຝັ່ງທະເລທາງພາກຕາເວັນອອກຂອງປະເທດ ເມື່ອວັນທີ 18 ມີນາ ທີ່ຜ່ານມາ (ຕາມເວລາທ້ອງຖິ່ນ).

ລັດຖະບານເອກວາດໍ ລະບຸວ່າ: ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ມີລາຍງານຜູ້ໄດ້ຮັບບາດເຈັບອີກຫຼາຍສິບຄົນ; ຂະນະທີ່ ລາຍງານຈາກສຳນັກງານສຳຫຼວດທໍລະນີວິທະຍາຂອງ ອາເມລິກາ ໃຫ້ຮູ້ວ່າ: ເຫດການແຜ່ນດິນໄຫວຄັ້ງນີ້ ບໍ່ມີທ່າອ່ຽງທີ່ຈະເຮັດໃຫ້ເກີດສຶນາມິ.

ແນວໃດກໍຕາມ, ສຳນັກງານດັ່ງກ່າວ ໄດ້ແຈ້ງເຕືອນໄພລະດັບສີສົ້ມ ເພາະມີຄວາມເປັນໄປໄດ້ສູງທີ່ແຮງສັ່ນສະເທືອນ ຈະສົ່ງຜົນເຮັດໃຫ້ເກີດຄວາມເສຍຫາຍເປັນວົງກວ້າງ ແລະ ມີລາຍງານວ່າ ແຮງສັ່ນສາມາດຮັບຮູ້ໄດ້ເຖິງພາກເໜືອຂອງປະເທດເປຣູ.