ໃນວັນທີ 20 ມີນາ 2023 ທີ່ສະໂມສອນ ສະໜາມມ້າ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023), ປາຖະກະຖາໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ-ຄະນະນໍາ ກະຊວງ ປກສ ພ້ອມດ້ວຍຄະນະບັນຊາກົມກອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ອ້ອມຂ້າງ ກະຊວງ ເຂົ້າຮ່ວມ.

ສະຫາຍ ພົຕ ວັນທອງ ກອງມະນີ ກ່າວວ່າ:

ການປາຖະກະຖາຄັ້ງນີ້ ເພື່ອເປັນການເຮັດໃຫ້ສະມາຊິກພັກ, ພະນັກງານ ກໍຄື ນາຍ ແລະ ພົນຕໍາຫຼວດ ໄດ້ຄົ້ນຄວ້າເຊື່ອມຊຶມປະຫວັດການກຳເນີດ, ທາດແທ້, ອຸດົມການ ກໍຄື ຜົນງານການນຳພາຂອງພັກ ໃນຕະຫຼອດໄລຍະ 68 ປີຜ່ານມາ ເພື່ອພ້ອມກັນນຳເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ຂອງ ພັກປະຊາຊົນ ປະຕິວັດລາວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນ ໃຫ້ບັນລຸຕາມຄາດໝາຍທີ່ພັກໄດ້ກໍານົດໄວ້.

ຈາກນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 68 ປີຜ່ານມາ ທີ່ພັກເຮົາໄດ້ນຳພາການປະຕິວັດຊາດ ປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ເວລາໃດກໍຍຶດໝັ້ນລັດທິມາກ-ເລນິນ ເປັນພື້ນຖານ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ຍຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບ ລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າ ຕະຫຼອດມາ.

ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງ ທີ່ສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕ ປະຊາຊົນ ອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດໃຫ້ມີຄວາມສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດວັດທະນະທຳ-ສັງຄົມ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາແກ້ໄຂເປັນກ້າວໆ.