ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ສະຫຼຸບວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ໃນວັນທີ 22 ມີນາ 2023, ເປັນປະທານໂດຍ ພົອ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນ ຮອງປະທານ-ຜູ້ປະຈຳການ ພ້ອມ ທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ອົງການ ແລະ ທຽບເທົ່າ, ພ້ອມດ້ວຍການເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຂອງ ບັນດາທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນ ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຍົກໃຫ້ເຫັນການເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່, ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມກ່ຽວກັບ ວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄວາມປອດໄພທາງໄຊເບີ, ການຫັນເປັນດິຈິຕອນ, ການສ້າງລັດຖະບານດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0.

ທີ່ສໍາຄັນແມ່ນ ຊີ້ນໍາທຸກຂະແໜງການທີ່ກ່ຽວຂ້ອງ ໃນ ຄຄອຊ ຜັນຂະຫຍາຍວຽກງານໃຫ້ຕິດພັນກັບ 2 ວາລະແຫ່ງຊາດ ຄື: ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ພົອ ວິໄລ ຫຼ້າຄຳຟອງ ໄດ້ມີຄໍາເຫັນຊີ້ນຳຕໍກັບທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ໂດຍໄດ້ຕີລາຄາສູງຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາ, ເຊິ່ງກໍແມ່ນວຽກງານຂອງທຸກພາກສ່ວນ ທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງຕິດພັນກັບ 2 ວາລະແຫ່ງຊາດ ຄື ການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ພ້ອມນັ້ນ, ກໍໄດ້ເນັ້ນໜັກໃຫ້ສືບຕໍ່ຕາມແຜນທີ່ໄດ້ກຳນົດ ເປັນຕົ້ນແມ່ນ:

  • ດ້ານການເມືອງແນວຄິດ
  • ດ້ານການປັບປຸງການຈັດຕັ້ງ
  • ການແບ່ງຄວາມຮັບຜິດຊອບ
  • ການປັບປຸງຂັ້ນຕອນ ແລະ ຂອດການປະສານງານຂອງບັນດາກະຊວງ, ອົງການພັກ, ທັງຢູ່ສູນກາງ ແລະ ຢູ່ທ້ອງຖິ່ນ
  • ຊຸກຍູ້ໃຫ້ມີການສ້າງ ແລະ ປັບປຸງ ຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ແລະ ເລັ່ງຝຶກອົບຮົມສ້າງຄວາມເຂັ້ມແຂວງໃຫ້ ຄຄອຂ ໃນທົ່ວປະເທດ
  • ຍົກລະດັບຄຸນນະພາບ ແລະ ການບໍລິການດ້ານໂທລະຄົມມະນາຄົມ, ອິນເຕີເນັດ ແລະ ເຕັກນິກໂນໂລຊີດິຈິຕອນ
  • ວຽກງານການຄຸ້ມຄອງ, ຕິດຕາມ ແລະ ກວດກາປະກົດການຫຍໍ້ທໍ້, ຫາງສຽງ, ຂ່າວປອມ, ການຕົວະຍົວະຫຼອກລວງຜ່ານສື່ສັງຄົມອອນລາຍ
  • ວຽກງານຄວາມປອດໄພໄຊເບີ ເພື່ອຕິດຕາມກວດກາ ແລະ ປ້ອງການການໂຈມຕີຕໍ່ບັນດາໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນ
  • ວຽກງານປ້ອງກັນ ແລະ ແກ້ໄຂອາຊະຍາກໍາ ໂດຍນໍາໃຊ້ລະບົບໂທລະຄົມມະນາຄົມ, ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ
  • ການເຜີຍແຜ່ ແລະ ການປູກຈິດສໍານຶກການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍໃຫ້ປອດໄພ ແລະ ເກີດຜົນປະໂຫຍດ
  • ການກຽມຄວາມພ້ອມຮັບມືກັບ ບັນດາເຕັກໂນໂລຊີດິຈິຕອນໃໝ່ທີ່ຈະເກີດຂຶ້ນ ເຊັ່ນ: ປັນຍາປະດິດ (AI), ອິນເຕີເນັດຜ່ານດາວທຽມ
  • ການຫັນເປັນດິຈິຕອນ ເພື່ອສ້າງໃຫ້ ສປປ ລາວ ກາຍເປັນລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ
  • ການຮ່ວມມືແລກປ່ຽນບົດຮຽນກັບ ປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ອົງການສາກົນຕ່າງໆ ໃນວຽກງານການພັດທະນາ ແລະ ການຄຸ້ມຄອງອິນເຕີເນັດ