ຈາກເຫດການດິນເຈື່ອນ ໃນພາກໃຕ້ຂອງເອກວາດໍ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 7 ຄົນ ​ແຕ່​ມີ​ອີກປະມານ 50 ຄົນ​ ຍັງ​ຫາຍ​ສາບ​ສູນ, ເຊິ່ງ​ເຈົ້າ​ໜ້າ​ທີ່ກ່ຽວຂ້ອງພວມເລັ່ງ​​ຄົ້ນ​ຫາ.

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງກີໂຕ ປະເທດເອກ​ວາ​ດໍ ໃນວັນ​ທີ 28 ມີ​ນາ​ ວ່າ: ເຈົ້າ​ໜ້າ​ທີ່​ແຂວງຊິມໂບຣາໂຊ ຕັ້ງຢູ່ທາງພາກໃຕ້ຂອງປະເທດເອກວາດໍ ​ລາຍ​ງານ​ສະພາບເກີດເຫດດິນ​ເຈື່ອນ ຍ້ອນມີຝົນຕົກໜັກຢ່າງຕໍ່ເນື່ອງ ເມື່ອວັນທີ 26 ມີນາ ທີ່ຜ່ານມາ, ສົ່ງຜົນເຮັດໃຫ້ບ້ານອະເລົາຊີ ໄດ້ຮັບຄວາມເສຍຫາຍຢ່າງໜັກ, ໂດຍມີລາຍງານເບື້ອງຕົ້ນພົບຜູ້ເສຍຊີວິດ ຢ່າງ​ໜ້ອຍ​ 7 ຄົນ​, ໄດ້​ຮັບ​ບາດ​ເຈັບ 23 ຄົນ​ ແລະ ຫາຍ​ສາບ​ສູນ 50 ຄົນ​.

ພ້ອມດຽວກັນນັ້ນ, ດິນ​ເຈື່ອນຄັ້ງນີ້​ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ໂຮງຮຽນ 3 ​ແຫ່ງ ​ແລະ ຫ້ອງການ​ລັດຖະບານ​ຫຼາຍ​ແຫ່ງ ລວມເຖິງ​ຖະ​ໜົນ​ຫົນ​ທາງ​ອື່ນໆອີກຈໍາ​ນວນ​ຫຼາຍ.

ທ່ານ ກີເຢໂມ ລາດໂຊ ປະທານປະເທດເອກວາດໍ ໄດ້ປະສານງານຫາກອງທັບ ແລະ ເຈົ້າໜ້າທີ່ຕຳຫຼວດແຫ່ງຊາດ ເຊັ່ນດຽວກັນກັບອາສາສະໝັກຈາກຫຼາຍອົງການ ໃຫ້ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃນ​ແຂວງຊິມໂບຣາໂຊ​ ​ແລະ ​ຮຽກຮ້ອງ​ໃຫ້​ຜູ້​ທີ່​ອາ​ໄສ​ຢູ່​ເຂດ​ສ່ຽງ​ໄພ​ ອົບ​ພະຍົບ​ອອກ​ໄປ​ກ່ອນ.

ນັບ​ຕັ້ງ​ແຕ່​ຕົ້ນ​ປີ​ນີ້​ ມີຝົນ​ຕົກ​ໜັກ​ຢູ່​ຫຼາຍພື້ນທີ່​ຂອງ​ເອກ​ວາ​ດໍ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ, ເຮືອນຊານ 72 ຫຼັງ ພັງລົງ ແລະ 6.900 ກວ່າຫຼັງ ໄດ້ຮັບຄວາມເສຍຫາຍ, ຕາມຂ້ໍມູນຈາກການເກັບກຳ​ສະຖິຕິຢ່າງເປັນ​ທາງ​ການ​ຂອງ​ ອົງການ​ປ້ອງ​ກັນ ​ແລະ ​ຫຼຸດຜ່ອນ​ໄພພິບັດ​ແຫ່ງ​ຊາດ ເອກວາດໍ.