ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ຈັດພິທີພົບປະຮັບການອວຍພອນ ຈາກບັນດາຄະນະບໍລິຫານງານຊາວໜຸ່ມແຮກສ່ຽວບັນດາກະຊວງ, ອົງການ ແລະ ບໍລິສັດຫ້າງຮ້ານ ໃນວັນທີ 30 ມີນາ 2023 ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023).

ໃຫ້ການຕ້ອນຮັບໂດຍ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ມີ ພົຈວ ຄໍາສາຍ ຈັນທະວົງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະບໍລິຫານງານ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ບັນດາແຕ່ລະພາກສ່ວນທີ່ເຂົ້າພົບປະອວຍພອນຊາວໜຸ່ມ ກະຊວງ ປກສ ຄັ້ງນີ້ ມີ:

  • ຄະນະບໍລິຫານງານຊາວໜຸ່ມ ກະຊວງປ້ອງກັນປະເທດ
  • ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ
  • ຄະນະບໍລິຫານງານຊາວໜຸ່ມ ກະຊວງແຜນການ ແລະ ການລົງທຶນ
  • ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ
  • ຄະນະບໍລິຫານງານຊາວໜຸ່ມ ກະຊວງສາທາລະນະສຸກ
  • ຄະນະບໍລິຫານງານຊາວໜຸ່ມ ທະນາຄານແຫ່ງ ສປປ ລາວ
  • ຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ
  • ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ
  • ຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກໍາ ແລະ ປ່າໄມ້
  • ຄະນະບໍລິຫານງານຊາວໜຸ່ມ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ
  • ບໍລິສັດ ສົມຫວັງສົມ ຊົ່ງຟາມງົວ
  • ບໍລິສັດ ເກີມົວຟາມໝູ ແລະ ພາກສ່ວນອື່ນໆ

ໂອກາດນີ້, ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ກໍໄດ້ກ່າວຄໍາຕ້ອນຮັບ ແລະ ໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນເປັນຢ່າງສູງມາຍັງ ບັນດາຄະນະບໍລິຫານງານຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ບໍລິສັດ ທີ່ໄດ້ນໍາເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້, ອຸປະກອນຮັບໃຊ້ຫ້ອງການ ແລະ ເງິນສົດຈໍານວນໜຶ່ງ ມາອວຍພອນໃນຄັ້ງນີ້ ພ້ອມກ່າວອວຍພອນໄຊອັນປະເສີດມາຍັງ ຄະນະບໍລິຫານງານຊາວໝຸ່ນ ແລະ ບໍລິສັດຫ້າງຮ້ານແຕ່ລະພາກສ່ວນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ສືບຕໍ່ຊີ້ນໍາ-ນໍາພາວຽກງານຊາວໜຸ່ມຂອງຕົນ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢ່າງບໍ່ຢຸດຢັ້ງ.