ໃນອາທິດທີ່ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການພັດທະນາທີ່ດິນຂອບເຂດຕຶກເກົ່າ ກົມໃຫຍ່ພະລາທິການ ແລະ ໂຄງການພັດທະນາລະບົບຕໍາຫຼວດແບບເອເລັກໂຕຼນິກທີ່ທັນສະໄໝ ກັບ ບໍລິສັດ ລາວມະຫາຊັບພັດທະນາ ຈໍາກັດ ຜູ້ດຽວ, ໂດຍມີ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ທ່ານ ໄກ່ສັກສີ ບົວໃບອ່ອນ ປະທານບໍລິສັດ ລາວມະຫາຊັບພັດທະນາ ຈຳກັດ ຜູ້ດຽວ, ມີບັນດາທ່ານຕາງໜ້າຈາກ ຫ້ອງວ່າການ ກະຊວງ, ກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ເພື່ອປະຕິບັດຕາມຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸຍາດໃຫ້ ກົມໃຫຍ່ພະລາທິການ ປກສ ເຊັນບົດບັນທຶກຄວາມເຂົ້າໃຈ ສະບັບເລກທີ 612, 613/ປກສ, ລົງວັນທີ 22 ມີນາ 2023 ເພື່ອສຶກສາຄົ້ນຄວ້າຄວາມເປັນໄປໄດ້ທີ່ຈະນໍາເອົາທີ່ດິນຂອບເຂດຕຶກເກົ່າຂອງ ກົມໃຫຍ່ພະລາທິການ ປກສ ມາພັດທະນາສ້າງຕັ້ງເປັນອາພາດເມັ້ນ, ໂຮງແຮມ ແລະ ສູນບໍລິການຄົບວົງຈອນ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນຄວາສະຫງົບ, ສັງຄົມທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນການລົງທຶນຂອງ ບໍລິສັດ ລາວມະຫາຊັບພັດທະນາ ຈຳກັດ ຜູ້ດຽວ 100% ໄລຍະການສໍາປະທານ 49 ປີ.

ໂຄງການພັດທະນາລະບົບຕໍາຫຼວດແບບເອເລັກໂຕຼນິກທີ່ທັນສະໄໝ ໃນການກວດສອບ ແລະ ຄວບຄຸມລະບົບຄວາມປອດໄພຕ່າງໆຂອງສັງຄົມ ໃນ ສປປ ລາວ ໂດຍແມ່ນບໍລິສັດ ລາວມະຫາຊັບ ພັດທະນາ ຈໍາກັດ ຜູ້ດຽວ ຮ່ວມມືກັບ ບໍລິສັດ ໂປຣແກຣມສາກົນ ຈໍາກັດ ເປັນຜູ້ລົງທຶນ 100% ໄລຍະການກໍ່ສ້າງ 1 ປີ ແລະ ໃຫ້ບໍລິການ 5 ປີ, ຫຼັງຈາກນັ້ນຈະມອບຄືນໃຫ້ ສປປ ລາວ ເປັນຜູ້ຄຸ້ມຄອງນໍາໃຊ້ຕໍ່ໄປ.

ດັ່ງນັ້ນ, ຈຶ່ງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອນໍາໄປສຶກສາຄົ້ນຄວ້າຄວາມເປັນໄປໄດ້ລະຫວ່າງ ກົມໃຫຍ່ພະລາທິການ ກະຊວງ ປກສ ແລະ ບໍລິສັດ ລາວມະຫາຊັບພັດທະນາ ຈຳກັດ ຜູ້ດຽວ ຂຶ້ນຢ່າງເປັນທາງການ ໂດຍແມ່ນ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ໄກ່ສັກສີ ບົວໃບອ່ອນ ປະທານບໍລິສັດ ລາວມະຫາຊັບພັດທະນາ ຈຳກັດ ຜູ້ດຽວ ໄດ້ພ້ອມກັນລົງນາມໃສ່ບົດບັນທຶກ, ເຂົ້າຮ່ວມເປັນສັກຂີພະຍານໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາແຂກທີ່ຮັບເຊີນທັງສອງຝ່າຍ ເຂົ້າຮ່ວມ.