ຄົນມີຊື່ສຽງນັບມື້ນັບຖືກກ່າວຫາຫຼາຍຂຶ້ນ, ຖືກຕັດສິນລົງໂທດ ແລະ ຈໍາຄຸກ ຍ້ອນຄະດີສໍ້ໂກງຊັບ, ການ​ຫຼີກ​ເວັ້ນ​ພາ​ສີ​​, ການ​ໃຫ້​ສິນ​ບົນ​, ການ​ປອມ​ແປງ​ ແລະ ​ການ​ລັກຊັບ.

ບໍລິສັດ ກົດໝາຍ Neal Davis ຂອງ Houston ໃນລັດເທັກຊັດ ສະຫະລັດ ອາເມລິກາ ໄດ້ຮັບລາງວັນສໍາລັບວຽກງານປ້ອງກັນຄະດີເຫຼົ່ານີ້ ແລະ ໄດ້ເປີດເຜີຍລາຍຊື່ບາງຄະດີຂອງຜູ້ທີ່ມີຊື່ສຽງ ທີ່ຖືກຕັດສິນໂທດຈໍາຄຸກ ດັ່ງນີ້:

1-2. Todd ແລະ Julie Chrisley

ນັກສະແດງຈາກລາຍການໂທລະພາບເລື່ອງຈິງທີ່ດຳເນີນມາດົນນານ Chrisley Knows Best ທີ່ຢູ່ໃນເຄືອຂ່າຍ ສະຫະລັດ ອາເມຣິກາ ໄດ້ຖືກຕັດສິນຈຳຄຸກ ໃນວັນທີ 21 ພະຈິກ 2022 ໃນຂໍ້ຫາສໍ້ໂກງທະນາຄານ ແລະ ຫຼົບຫຼີກພາສີ.

Todd Chrisley ອາຍູ 54 ປີ ເຈົ້າຂອງຍັກໃຫຍ່ດ້ານອະສັງຫາລິມະຊັບ ໃນລັດຈໍເຈຍ ຖືກຕັດສິນໂທດຈໍາຄຸກ 12 ປີ, ໃນຂະນະທີ່ ພັນລະຍາຂອງລາວ, Julie Chrisley ອາຍຸ 49 ປີ, ຖືກຕັດສິນໃຫ້ຈໍາຄຸກ 7 ປີ ຍ້ອນສົມຮູ້ຮ່ວມຄິດ.

ເຖິງວ່າເຂົາເຈົ້າຈະອຸທອນ, ຄູ່ຜົວ-ເມຍ ຕ້ອງລາຍງານຕົວເຂົ້າຄຸກຕັ້ງແຕ່ຕົ້ນປີ 2023. ຜູ້ຊ່ຽວຊານດ້ານກົດໝາຍ ກ່າວວ່າ ການອຸທອນບໍ່ໜ້າຈະປະສົບຜົນສໍາເລັດ ແລະ ພວກເຂົາອາດຈະຖືກລົງໂທດຢ່າງໜ້ອຍ 85 ເປີເຊັນ ນັບຕັ້ງແຕ່ກົດໝາຍອາຊະຍາກໍາຂອງລັດຖະບານກາງ ອະນຸຍາດຫຼຸດຜ່ອນໂທດພຽງເລັກນ້ອຍ.

ແນວໃດກໍຕາມ, ເຂົາເຈົ້າຄາດວ່າ ຈະໄດ້ຢູ່ໃນຄຸກທີ່ມີການຮັກສາຄວາມປອດໄພລະດັບຕໍ່າ ຍ້ອນບໍ່ມີປະຫວັດຄະດີອາຍາຜ່ານມາ ແລະ ມີຄວາມສ່ຽງຕໍ່າຕໍ່ຄວາມຮຸນແຮງ.

ຕາມການລາຍງານຂອງວາລະສານ People, ຄູ່​ຜົວ​-ເມຍ​ໄດ້​ປອມ​ແປງ​ການ​ກວດ​ສອບ​, ໃບ​ແຈ້ງ​ການ​ທະ​ນາ​ຄານ ແລະ ການ​ເງິນ​ສ່ວນ​ບຸກ​ຄົນ​ຂອງ​ເຂົາ​ເຈົ້າ ​ເພື່ອ​ໄດ້​ຮັບເງິນກູ້ຢືມ ຈຳນວນ $36 ລ້ານໂດລາສະຫະລັດ; ເຊິ່ງເງິນກູ້ຢືມດັ່ງກ່າວ ໄດ້ຖືກນໍາໃຊ້ເພື່ອຊໍາລະຄືນເງິນກູ້ເກົ່າ ແລະ ເຕີມຊີວິດທີ່ຫຼູຫຼາຂອງພວກເຂົາ ເຊັ່ນ: ຊື້ລົດ, ເຄື່ອງນຸ່ງ ແລະ ການທ່ອງທ່ຽວ.

3. ເຈົ້າແມ່ອອກແບບເຮືອນ Martha Stewart

ໃນທ້າຍປີ 2004, ນັກທຸລະກິດຊື່ດັງ, ນັກຈັດລາຍການທາງໂທລະພາບ ແລະ ຜູ້ຊ່ຽວຊານດ້ານການຕົກແຕ່ງເຮືອນ ຊື່ ນາງ Martha Stewart, ປັດຈຸບັນ ອາຍຸ 81 ປີ, ຖືກດຳເນີນຄະດີ 9 ຄະດີ ລວມທັງຂໍ້ກ່າວຫາການຂັດຂວາງຄວາມຍຸດຕິທໍາ ແລະ ການສໍ້ໂກງຫຼັກຊັບ.

ໂດຍສະເພາະແມ່ນ ຂັດຂວາງການດໍາເນີນການຂອງອົງການ ແລະ ການລາຍງານທີ່ບໍ່ຖືກຕ້ອງ ຕໍ່ຜູ້ສືບສວນຂອງລັດຖະບານກາງ ກ່ຽວກັບການຂາຍຫຼັກຊັບ ImClone ຂອງນາງ ກ່ອນທີ່ມູນຄ່າຂອງມັນຈະຫຼຸດລົງ ຍ້ອນການປະກາດວ່າ ອົງການອາຫານ ແລະ ຢາ ບໍ່ໄດ້ອະນຸມັດຢາ Erbitux.

4. Jen Shah

ນັກສະແດງຈາກລາຍການ The Real Housewives of Salt Lake City ເຊິ່ງອອກອາກາດໃນ Bravo ຕັ້ງແຕ່ທ້າຍປີ 2020 ໄດ້ສາລະພາບຄວາມຜິດ ໃນເດືອນກໍລະກົດ ປີ 2022 ໃນຂໍ້ຫາສໍ້ໂກງທາງອາຍາ ທີ່ເກີດຈາກໂຄງການການຕະຫຼາດທາງໂທລະ​ຄົມມະນາຄົມ.

ຕາມການລາຍງານຂອງ Fox News, ນາງ Jen Shah ອາຍຸ 49 ປີ, ຮັບສາລະພາບວ່າ ມີຄວາມຜິດເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການຮ້ອງຂໍພາຍ​ໃຕ້​ເງື່ອນ​ໄຂ​ຂອງ​ຕົນ ​ວ່າ​ມີ​ຄວາມ​ຜິດໃນ 1 ຂໍ້​​ຫາ​ ສົມ​ຮູ້​ຮ່ວມ​ຄິດ​ໃນ​ການ​ສໍ້​ໂກງ​ເງິນ ແລະ ​ການ​ຟອກ​ເງິນ ໃນໂຄງການການຕະຫຼາດທາງໂທລະ​ຄົມມະນາຄົມ.

ຂໍ້​ຕົກລົງ​ດັ່ງກ່າວ​ ຍັງ​ຮຽກຮ້ອງ​ໃຫ້​ມີ​ການ​ເອົາ​ເງິນ​ຄືນ​ອີກ​ເປັນ​ຈຳນວນ 9,5 ລ້ານ​ໂດ​ລາສະຫະລັດ. ດັ່ງນັ້ນ, ສານຈຶ່ງຕັດສິນ​ຕັດສິນ ​ໃນວັນທີ 6 ມັງກອນ 2023 ໂທດ​ຈຳ​ຄຸກ 11 ປີ.

5-6. Teresa ແລະ Joe Giudice

ໃນທ້າຍປີ 2014, Joe Giudice ຖືກກວດພົບວ່າ ມີຄວາມຜິດໃນຂໍ້ຫາສໍ້ໂກງທາງໄປສະນີ, ການສໍ້ໂກງທາງໂທລະສັບ ແລະ ການສໍ້ໂກງແຈ້ງການລົ້ມລະລາຍ ຖືກຕັດສິນໃຫ້ຈໍາຄຸກ 41 ເດືອນ.

ເຫດການນີ້ເກີດຂຶ້ນພາຍຫຼັງທີ່ລາວໄດ້ປ່ຽນຄຳຂໍຮ້ອງ ຈາກບໍ່ຜິດມາເປັນຄວາມຜິດ. ຕໍ່ມາ, ລາວໄດ້ຖືກປ່ອຍຕົວອອກຈາກຄຸກ ໃນປີ 2019 ແລະ ຈາກນັ້ນຖືກເນລະເທດໄປ ອີຕາລີ; ສ່ວນພັນລະຍາຂອງລາວ, ນາງ Teresa Giudice, ຖືກຕັດສິນໂທດຈໍາຄຸກ 15 ເດືອນ.

ວາລະສານ People ລາຍງານວ່າ ຄູ່ຜົວ-ເມຍໄດ້ຖືກກ່າວຫາ ໃນປີ 2013 ຫຼັງຈາກຖືກກ່າວຫາວ່າ ເຊື່ອງຊັບສົມບັດຂອງເຂົາເຈົ້າໃນການຍື່ນຟ້ອງລົ້ມລະລາຍ.

ຄຳ​ກ່າວ​ຫາ 39 ສະບັບ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ຄູ່​ຜົວ​-ເມຍ​ໄດ້​ກະທຳ​ການ​ສໍ້​ໂກງ​ທາງ​ໄປສະນີ, ການ​ສໍ້​ໂກງ​ທາງ​ໂທລະສັບ, ການ​ສໍ້​ໂກງ​ທະນາຄານ ​ແລະ ການ​ສໍ້​ໂກງ​ການ​ແຈ້ງລົ້ມລະລາຍ; ​ໃນ​ຂະນະ​ທີ່​ ຍັງ​ກ່າວ​ຄຳ​ເຫັນ​ທີ່​ບໍ່​ຈິງ​ໃນ​ການ​ຮ້ອງ​ຂໍ​ເງິນ​ກູ້. ເຂົາເຈົ້າໄດ້ລາຍງານວ່າ ລາຍຮັບຂອງເຂົາເຈົ້າເກີນຈິງ ແລະ ເຊື່ອງຊັບສິນທີ່ເພີ່ມຂຶ້ນ. ນອກຈາກນີ້, Joe Giudice ຍັງ​ຖືກ​ກ່າວ​ຫາ​ວ່າ​ ບໍ່​ໄດ້​ຍື່ນ​ໃບ​ແຈ້ງ​ພາສີ​ ລະຫວ່າງ​ປີ 2004 ຫາ 2008.

7. ນັກບໍລິຫານດ້ານການເງິນ Bernie Madoff

ໃນຖານະເປັນທີ່ປຶກສາດ້ານການເງິນ ໃຫ້ດາລາບັນເທີງ ແລະ ຄົນດັງອື່ນໆ, Bernie Madoff ໄດ້ກາຍເປັນທີ່ຮູ້ຈັກສໍາລັບການສ້າງໂຄງການ Ponzi ທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ, ມີມູນຄ່າເກືອບ 65 ຕື້ໂດລາສະຫະລັດ (ໂຄງການ Ponzi ກ່ຽວຂ້ອງກັບ ການຈ່າຍໃຫ້ນັກລົງທຶນ ດ້ວຍເງິນທຶນຈາກນັກລົງທຶນຄົນອື່ນໆ ແທນທີ່ຈະໄດ້ຮັບຜົນປະໂຫຍດຈາກການລົງທຶນຕົວຈິງ).

Bernie Madoff ເຊິ່ງອະດີດເຄີຍເປັນປະທານຂອງຕະຫຼາດຫຼັກຊັບ NASDAQ, ຜູ້ກ່ຽວຖືກຈັບໂດຍເຈົ້າໜ້າທີ່ລັດຖະບານກາງ ໃນປີ 2008 ແລະ ຖືກກ່າວຫາວ່າ ມີການສໍ້ໂກງຫຼັກຊັບ 1 ຄະດີ.

ໃນປີ 2009, ລາວໄດ້ສາລະພາບຜິດຕໍ່ 11 ຄະດີອາຍາຂອງລັດຖະບານກາງ ທີ່ກ່ຽວຂ້ອງກັບ ໂຄງການຄຸ້ມຄອງຄວາມຮັ່ງມີຂອງລາວທີ່ສໍ້ໂກງ.

ນອກຈາກການສໍ້ໂກງຫຼັກຊັບ, ອາດຊະຍາກຳຂອງລາວ ຍັງລວມມີການສໍ້ໂກງຜ່ານທາງໄປສະນີ, ການຟອກເງິນ, ການຕົວະຍົວະຫຼອກລວງ, ການລັກເອົາແຜນຜົນປະໂຫຍດຂອງພະນັກງານ ແລະ ການຍື່ນເອກະສານປອມ ກັບຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ ໃນສະຫະລັດ ອາເມລິກາ; ເຊິ່ງການ​ສູນ​ເສຍ​ຕົວ​ຈິງ​ຂອງ​ນັກ​ລົງ​ທຶນ ​ທີ່ສາມາດກວດສອບໄດ້​​ ມີ​ປະ​ມານ 18 ຕື້​ໂດ​ລາ​ສະຫະລັດ, ໄດ້ຮັບກັບກູ້ຄືນ ປະມານ 14 ຕື້ໂດລາສະຫະລັດ.

Bernie Madoff ຖືກສານຕັດສິນໂທດຈໍາຄຸກ 150 ປີ. ໃນປີ 2021, ລາວມີອາຍຸ 82 ປີ ແລະ ໄດ້ເສຍຊີວິດໃນຄຸກຂອງລັດຖະບານກາງ ໃນລັດ North Carolina.

8. Elizabeth Holmes ປະທານບໍລິສັດດ້ານເຕັກໂນໂລຊີສຸຂະພາບ

ອະດີດປະທານຂອງ ບໍລິສັດເຕັກໂນໂລຊີຊີວະພາບ ຖືກສານຕັດສິນຈຳຄຸກ 11 ປີ 3 ເດືອນ ໃນເດືອນພະຈິກ ປີ 2022 ສໍາລັບການສໍ້ໂກງນັກລົງທຶນ.

Elizabeth Holmes ອາຍຸ 38 ປີ, ກຳລັງຈະລາຍງານຕົວຕໍ່ຄຸກ ໃນເດືອນເມສາ 2023 ນີ້. ໃນຂະນະດຽວກັນ, ນາງກຳລັງຕັດສິນໃຈວ່າຈະໄປເຂົ້າຄຸກໃດ.

ອີງຕາມການລາຍງານຂອງໜັງສືພິມ New York Post , ຜູ້ພິພາກສາ ໃນກໍລະນີຂອງນາງ ໃນຄາລິຟໍເນຍ ໄດ້ສະເໜີໃຫ້ນາງລາຍງານຕໍ່ຄຸກຜູ້ຍິງ Federal ທີ່ມີຄວາມສ່ຽງຂັ້ນຕ່ໍາ ໃນ Bryan, Texas, ປະມານ 100 ໄມ ຈາກ Houston.

9. Mike Sorrentino ຂອງ MTV’s Jersey Shore

Mike Sorrentino ນັກສະແດງດັງ ເຊິ່ງມີຜົນງານໃນການສະແດງ ໃນ 6 ລະດູການຂອງ MTV’s Jersey Shore reality show ຈາກ 2009-2012 ແລະ ຈາກນັ້ນ ໃນ Jersey Shore: Family Vacation. ລາວຍັງໄດ້ປະກົດຕົວເປັນຜູ້ເຂົ້າປະກວດ ໃນລາຍການເຕັ້ນລໍາກັບດາວຂອງ ABC ໃນປີ 2010.

ໃນ​ປີ 2014, ລາວ​ຖືກ​ກ່າວ​ຫາ​ໃນ​ຂໍ້​ຫາ​ສໍ້​ໂກງ​ພາ​ສີ​ ຍ້ອນ​ບໍ່​ໄດ້​ຈ່າຍ​ພາ​ສີ​ກ່ຽວ​ກັບ​ລາຍ​ຮັບ 8,9 ລ້ານ​ໂດ​ລາວະຫະລັດ ແລະ ໃນປີ 2017, ລາວຍັງຖືກກ່າວຫາວ່າ ມີການຫຼົບຫຼີກພາສີ ແລະ ວາງໂຄງສ້າງເງິນຝາກທະນາຄານ ເພື່ອຫຼີກເວັ້ນພາສີ; ຕໍ່ມາໃນ​ປີ 2018, ໄດ້​ຮັບ​ສາລະພາບ​ວ່າ​ ມີ​ຄວາມ​ຜິດ​ຕໍ່​ການ​ຫຼົບ​ໜີ​ພາສີ 1 ຄັ້ງ.

ລາວ​ໄດ້​ຖືກ​ຕັດສິນ​ໃຫ້​ຕິດ​ຄຸກ 8 ເດືອນ, ຖືກຕິດຕາມ​ຫຼັງອອກຈາກຄຸກ 2 ປີ ​ແລະ ຕ້ອງຮັບໃຊ້ສັງຄົມເປັນເວລາ 500 ຊົ່ວ​ໂມງ, ​ເຊິ່ງລາວ​ຖືກຈຳ​ຄຸກ 8 ເດືອນ ​ໃນ​ນະຄອນ​ນິວຢອກ​ ໃນ​ປີ 2019.

10.  ອັນ ຄາໂປນ (Al Capone)

ອັນ ຄາໂປນ ອະດີດນັກເລງດັງໃນຍຸກ prohibition, ຖືກຕັດສິນວ່າ ມີຄວາມຜິດໃນສະຖານຫຼີກລ່ຽງພາສີ 5 ຄະດີ ແລະ ຖືກຕັດສິນຈໍາຄຸກ 11 ປີ ໃນຄຸກຂອງລັດຖະບານກາງ ເມື່ອ​ປີ 1932 ໃນຂະນະທີ່ຜູ້ກ່ຽວອາ​ຍຸ 33 ປີ; ຈາກນັ້ນ, ໃນປີ 1934 ກໍຖືກຍ້າຍໄປຢູ່ຄຸກລັດຖະບານກາງແຫ່ງໃໝ່ ຊື່ ອັນຄາທຣາດສ໌ ໃນອ່າວຊານຟຣານຊິດສ໌ໂກ.

ອັນ ຄາໂປນ ມີຊື່ຫຼິ້ນວ່າ “ສະກາເຟດສ໌“ ແລະ ເຄີຍຖືກນຳເອົາເລື່ອງລາວຊີວິດ ໄປສ້າງເປັນຮູບເງົາເລື່ອງ “Al Capone“ ໃນປີ 1959 ຫຼັງຈາກທີ່ຜູ້ກ່ຽວໄດ້ເສຍຊີວິດ ໃນປີ 1947 ເພາະປ່ວຍໜັກຢູ່ໃນຄຸກ.

(ແປ-ຮຽງຮຽງໂດຍ: ຈັກກກະວານ)