ຊັນຊີ ຟຣາຍ ຖືກສານຕັດສິນລົງໂທດ 304 ປີ ໃນຂໍ້ຫາການຄ້າມະນຸດ ແລະ ເປັນຜູ້ປອມແປງເອກະສານ Passport ໃນລັດໂຄໂລຣາໂດ ສະຫະລັດ ອາເມລິກາ, ຕໍ່ຈາກນີ້ຜູ້ກ່ຽວຈະໃຊ້ຊີວິດທີ່ເຫຼືອຢູ່ໃນຄຸກ.

ທ່ານ ນາງ ດີຣຊາ ສເລດ (Theresa Slade) ຜູ້ພິພາກສາສານເມືອງ Douglas County ໄດ້ປະກາດຄຳຕັດສິນໃນລະຫວ່າງການພິຈາລະນາຄະດີ ໃນວັນທີ 8 ຕຸລາ 2020; ຫຼັງຈາກ 10 ເດືອນ ໃນການພິຈາລະນາພົບເຫັນວ່າ: ຊັນຊີ ຟຣາຍ ມີຄວາມຜິດ 13 ຂໍ້ຫາ ລວມທັງການຄ້າມະນຸດ, ການເປັນທາດຮັບໃຊ້ທາງເພດ ແລະ ຄວາມພະຍາຍາມທາງອາຍາ ເພື່ອທຳການຫຼອກລວງເດັກຍິງ.

ໃນລະຫວ່າງການພິຈາລະນາຄະດີຂອງ ຊັນຊີ ຟຣາຍ ຜູ້ເຄາະຮ້າຍ 3 ຄົນ ທີ່ເປັນຜູ້ຍິງ ແລະ ເດັກ ໄດ້ເລົ່າຄືນເຫດການອັນສະເທືອນຂັວນຂອງເຂົາເຈົ້າ ເຊິ່ງຖືກ ຊັນຊີ ຟຣາຍ ບັງຄັບໃຫ້ມີເພດສໍາພັນກັບຄົນແປກໜ້າ ເພື່ອເປັນເຄື່ອງມືສ້າງເງິນໃຫ້ຜູ້ກ່ຽວ ໂດຍສະເພາະ ຕ້ອງມີເພດສຳພັນກັບລູກຄ້າທີ່ຕິດຕໍ່ໂດຍ ຊັນຊີ ຟຣາຍ ຜ່ານແອັບໂຄສະນາທາງອອນໄລນ໌.

ຜູ້ເຄາະຮ້າຍຄົນໜຶ່ງ ບອກວ່າ: ກ່ອນໜ້ານີ້, ຊັນຊີ ຟຣາຍ ສັນຍາວ່າຈະເບິ່ງແຍງຂ້ອຍ, ລາວໄດ້ຈ່າຍຄ່າຢາ ແລະ ຄ່າອາຫານ ພ້ອມທັງໃຫ້ທີ່ຢູ່ຟຣີ, ແຕ່ຕໍ່ມາຂ້ອຍຈຶ່ງຮູ້ວ່າ ຕົນເອງຕົກເປັນຜູ້ເຄາະຮ້າຍຂອງລາວແລ້ວ ບໍ່ມີຫຍັງໃນໂລກນີ້ ໄດ້ມາຟຣີເລີຍ.

ລາວຂູ່ວ່າຈະຂ້ານ້ອງສາວຂອງຂ້ອຍ ຖ້າບໍ່ເຮັດວຽກໃຫ້ລາວ ນັ້ນຄືຕົວຕົນທີ່ແທ້ຈິງຂອງ ຊັນຊີ ຟຣາຍ, ລາວບັງຄັບໃຫ້ຂ້ອຍນອນກັບຜູ້ຊາຍຫຼາຍຄົນ ເຖິງ 8 ຄົນຕໍ່ມື້. ສິ່ງນີ້ຂ້ອຍຕ້ອງການສື່ໃຫ້ຊັດເຈນວ່າ ຂ້ອຍໜີອອກມາ ເພື່ອຊ່ວຍຄົນອື່ນໆທີ່ຕົກເປັນຜູ້ເຄາະຮ້າຍຂອງລາວເຊັ່ນກັນ. ເດັກຍິງທຸກຄົນທີ່ຕົກເປັນຜູ້ເຄາະຮ້າຍຂອງລາວ ຖືກຂູດຮີດ, ຄວບຄຸມ ແລະ ບັງຄັບໃຫ້ບໍລິການທາງເພດຄືກັນ.

ທ່ານ George Brauchler ຫົວໜ້າໄອຍະການຂອງເຂດພິພາກສາ 18 ກ່າວວ່າ:

“ຜູ້ຄ້າມະນຸດ ແລະ ທໍາລາຍຈິດວິນຍານທີ່ໃຊ້ຜູ້ຖືກເຄາະຮ້າຍ ເພື່ອກໍ່ອາດຊະຍາກຳ ໂດຍບໍ່ຄໍານຶງເຖິງຊີວິດຂອງເພື່ອນມະນຸດດ້ວຍກັນ ຈະບໍ່ສາມາດຟື້ນຟູຄົນທີ່ມີຈິດໃຈຊົ່ວມານ ແລະ ປາຖະໜາການປະພຶດທີ່ບໍ່ເປັນມະນຸດ, ນີ້ຄືເຫດຜົນທີ່ພວກເຮົາສ້າງຄຸກ”.

ທ່ານ Kelley Dziedzic ຮອງທະນາຍຄວາມອາວຸໂສຂອງເຂດພິພາກສາ 18 ໄດ້ຮ້ອງຂໍໃຫ້ຜູ້ພິພາກສາຕັດສິນລົງໂທດ 300 ປີ. ທ່ານກ່າວຕື່ມວ່າ: “ຄົນດີມີເຫດຜົນ ຈະເບິ່ງຜູ້ເຄາະຮ້າຍເຫຼົ່ານີ້ດ້ວຍຄວາມເຫັນອົກເຫັນໃຈ, ແຕ່ສຳລັບ ຊັນຊີ ຟຣາຍ ແລ້ວ ພວກຜູ້ເຄາະຮ້າຍເຫຼົ່ານີ້ເປັນພຽງເຄື່ອງມື ແລະ ໂອກາດໃນການຫາເງິນ, ຜູ້ເຄາະຮ້າຍທຸກຄົນ ຕ້ອງປະເຊີນກັບຊີວິດທີ່ຍາກລຳບາກທີ່ລໍເຂົາເຈົ້າຢູ່ຂ້າໜ້າ”.