ໃນລະຫວ່າງວັນທີ 26-27 ເມສາ 2023 ຜ່ານມາ, ຄະນະນໍາ ກົມໃຫຍ່ພະລາທິການ ປກສ ນໍາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ອະດີດການນໍາ ກົມໃຫຍ່ພະລາທິການ ປກສ ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 52 ປີ (2 ພຶດສະພາ 1971-2 ພຶດສະພາ 2023).

ເຊິ່ງການອວຍພອນໃນຄັ້ງນີ້ ໄດ້ແບ່ງອອກເປັນສອງຈຸ, ຈຸທີ 1 ນໍາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ພົຈວ ຄໍາໄຕ ຄໍາແພງເພັດ ອະດີດຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ພັອ ສົມຄິດ ສິລິພັນ ອະດີດຫົວໜ້າກົມພະລາທິການ ປກສ.

ຈຸທີ 2 ນໍາໂດຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ພັອ ວັນທອງ ປັນຍາມະຫາໄຊ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ພົຈວ ກິແກ້ວ ເນົາວະລັດ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ພົຈວ ຄໍາແພງ ລາວລີ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການ ປກສ.

ການເຂົ້າອວຍພອນໃນຄັ້ງນີ້ ເພື່ອເປັນການຢ້ຽມຢາມຖາມຂ່າວອະດີດການນໍາ, ວຽກງານພະລາທິການ, ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງພະລາທິການ ປກສ ທີ່ໄດ້ໝູນວຽນມາເຖິງນີ້ ຂໍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມ ນັ້ນ, ຍັງເປັນການສະແດງຄວາມຮູ້ບຸນຄຸນທີ່ໄດ້ອຸທິດສະຕິປັນຍາ ໃນການຊີ້ນໍາ-ນໍາພາວຽກງານພະລາທິການ ຈົນໄດ້ຮັບຜົນສໍາເລັດ ໃນແຕ່ລະໄລຍະ.

ພ້ອມດຽວກັນນີ້, ອະດີດການນໍາທັງ 5 ທ່ານ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ການນໍາກົມໃຫຍ່ພະລາທິການ ປກສ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ໃກ້ສິດຕິດແທດ ທີ່ມີຕໍໍ່ພະນັກງານອາວຸໂສບໍານານ, ພ້ອມທັງອວຍພອນໃຫ້ ການນໍາກົມໃຫຍ່ພະລາທິການ ປກສ ຕະຫຼອດນາຍ ແລະ ພົນຕໍາຫຼວດ ໃຫ້ມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ເອົາໃຈໃສ່ນໍາພານາຍ ແລະ ພົນຕໍາຫຼວດແຕ່ລະສະຫາຍ ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດ.