ໃນໄລຍະ 1 ປີຜ່ານມາ, ຄະນະຮັບຜິດຊອບພະແນກການຜະລິດ ຂອງ ຫ້ອງການ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກງານການຜະລິດຂອງ ກົມໃຫຍ່ການເມືອງ ຕາມທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໂດຍສະເພາະແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານປູກຝັງ ແລະ ລ້ຽງສັດ ເຊິ່ງສາມາດສ້າງລາຍຮັບໄດ້ເຖິງ 1.138.051.000 ກີບ.

ໃນກອງປະຊຸມສະຫຼຸບວຽກງານການຜະລິດ ປີ 2022 ແລະ ທິດທາງແຜນການ ປີ 2023 ຂອງກົມໃຫຍ່ການເມືອງ ປກສ ທີ່ເປັນປະທານໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມທັງມີຄະນະພັກ-ຄະນະນໍາ, ຫ້ອງການກົມໃຫຍ່, ຄະນະພະແນກ, ອໍານວຍການ ແລະ ພະນັກງານເຂົ້າຮ່ວມ, ພັທ ພອນໄຊ ລັດສະໝີ ຫົວໜ້າພະແນກການຜະລິດ ໄດ້ກ່າວວ່າ:

ໃນ 1 ປີຜ່ານມາ, ຄະນະຮັບຜິດຊອບພະແນກການຜະລິດ ຂອງ ຫ້ອງການ ກົມໃຫຍ່ການເມືອງ ປກສ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານປູກຝັງ ແລະ ລ້ຽງສັດ ໄດ້ດັ່ງນີ້:

+ ວຽກງານການຜະລິດ ຢູ່ຫຼັກ 67:

ມີຟາມໄກ່ໄຂ່ 2 ຫຼັງ, ຫຼັງທີ 1ໄດ້ນໍາໄກ່ເຂົ້າຈຳນວນ 1.000 ໂຕ. ປັດຈຸບັນ, ຍັງມີໄກ່ 857 ໂຕ ແລະ ສາມາດເກັບໄຂ່ (ແຕ່ວັນທີ 11 ພະຈິກ 2021 ຫາ ວັນທີ 30 ທັນວາ 2022) ໄດ້ຈໍານວນ 310.307 ໜ່ວຍ, ສາມາດສ້າງລາຍຮັບໄດ້ຈາກການຂາຍໄຂ່ 383.550.000 ກີບ.

ຟາມໄກ່ພັນໄຂ່ ຫຼັງທີ 2 ໄດ້ນໍາໄກ່ເຂົ້າ 4.660 ໂຕ. ປັດຈຸບັນ, ຍັງໄກ່ 4.505 ໂຕ ແລະ ສາມາດເກັບໄຂ່ (ແຕ່ວັນທີ 1 ກັນຍາ 2022 ຫາ 30 ທັນວາ 2022) ໄດ້ຈໍານວນ 329.878 ໜ່ວຍ ແລະ ຂາຍໄດ້ 720.764.000 ກີບ.

ການລ້ຽງປາ ແມ່ນສາມາດເກັບກູ້ປາ ໃນໜອງເບີ 9 ໄດ້ທັງໝົດປະມານ 3 ໂຕນ, ຂາຍໄດ້ 27.662.000 ກີບ; ສ່ວນໃນໜອງເບີ 8 ເກັບກູ້ປາໄດ້ທັງໝົດປະມານ 243 ກິໂລກຼາມ ແລະ ຂາຍໄດ້ 6.075.000 ກີບ.

ພື້ນທີ່ເຮັດການປູກຝັງ ແມ່ນໄດ້ສຳເລັດການບຸກເບີກປ່າ ສຳລັບປີ 2022 ໃນເນື້ອທີ່ 53 ເຮັກຕາ ພ້ອມທັງສາມາດປູກໄມ້ວິກໄດ້ທັງໝົດ 27.000 ຕົ້ນ (ບໍລິສັດ ບົວລະພາ ເປັນຜູ້ສະໜອງໃຫ້ລ້າ).

ຕໍ່ມາ, ໄດ້ປູກທົດແທນເບ້ຍໄມ້ວິກທີ່ຕາຍ ຈຳນວນ 4 ຄັ້ງ ລວມເປັນ 7.550 ຕົ້ນ, ໄດ້ປູກຕົ້ນກ້ວຍ ໃນເນື້ອທີ່ 1,35 ເຮັກຕາ, ເຊິ່ງສາມາດປູກຕົ້ນກ້ວຍໄດ້ທັງໝົດຈໍານວນ 920 ຕົ້ນ.

+ ສູນການຜະລິດ ຫຼັກ 62:

ໄດ້ເອົາປາທີ່ຫຼຸດເກດ ຢູ່ໜອງເບີ 9 ຫຼັກ 67 ມາປ່ອຍໃສ່ໜອງປາໃຫຍ່ ຢູ່ຫຼັກ 62 ຈໍານວນ 1.200 ກິໂລ; ນອກຈາກນັ້ນ, ກໍຍັງໄດ້ຈັດຕັ້ງນໍາພາອ້າຍນ້ອງການຜະລິດ ເຮັດຮົ້ວຢູ່ຫຼັກ 62 ມີຄວາມຍາວທັງໝົດ 800 ແມັດ. ປັດຈຸບັນ, ໄດ້ລ້ອມຮົ້ວສໍາເລັດ 100%.

ສຳລັບວຽກຈຸດສຸມໃນຕໍ່ໜ້າ ຈະສືບຕໍ່ຈັດຕັ້ງເຄື່ອນໄຫວວຽກງານການຜະລິດ 4 ປູກ, 4 ລ້ຽງ, ຜັນຂະຫຍາຍຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ຄະນະພັກ-ຄະນະບັນຊາ ກົມໃຫຍ່ການເມືອງ ປກສ ມີທິດນຳພາ-ຊີ້ນຳໃຫ້ເຕີບໃຫຍ່, ເຂັ້ມແຂງ ເພື່ອນໍາເອົາຜົນປະໂຫຍດ ແລະ ຜົນສໍາເລັດມາສູ່ກົມກອງລວມໝູ່ ກໍຄື ກົມໃຫຍ່ການເມືອງ ປກສ.