ວັນທີ 27 ເມສາ 2023, ແຂວງບໍລິຄຳໄຊ ໄດ້ຈັດອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຈຸດສຸມເຂດໃຈກາງ ແຂວງບໍລິຄໍາໄຊ ໄລຍະ 4 ປີ (2019-2023), ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະນຳແຂວງ, ຫົວໜ້າ, ຄະນະກອງບັນຊາການ, ຫ້ອງ, ປກສ ເມືອງ, ນາຍ ແລະ ພົນຕໍາຫຼວດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຜ່ານບົດສະຫຼຸບ ວ່າ:

ຄະນະຊີ້ນໍາ ວຽກງານກໍ່ສ້າງຮາກຖານການເມືອງ ແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບ ຈຸດສຸມເຂດໃຈກາງຂອງ ແຂວງບໍລິຄໍາໄຊ ໄດ້ກໍານົດບ້ານຫຼ່ໍແຫຼມທັງໝົດທົ່ວແຂວງ ຈໍານວນ 11 ບ້ານ ຢູ່ໃນ 4 ເມືອງ ຄື: ເມືອງບໍລິຄັນ, ເມືອງປາກກະດິງ, ເມືອງຄໍາເກີດ ແລະ ເມືອງວຽງທອງ, ເຊິ່ງມີປະຊາຊົນເຂົ້າຮ່ວມທັງໝົດ 3.803 ຄອບຄົວ, ຕີລາຄາເຮັດສໍາເລັດ 95%, ຕີລາຄາຄວາມຮັບຮູ້, ຄວາມເຂົ້າໃຈຂອງພໍ່ແມ່ປະຊາຊົນໄດ້ 85%.

ໃນຈໍານວນ 11 ບ້ານ ມີທັງໝົດ 5.564 ຄອບຄົວ, ມີ 40.276 ຄົນ ຍິງ 16.843 ຄົນ, ໄດ້ຂຶ້ນສໍາມະໂນຄົວແລ້ວ 5.356 ຄອບຄົວ, ບໍ່ໄດ້ຂຶ້ນສໍາມະໂນຄົວ 208 ຄອບຄົວ.

ວຽກງານແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບ ຢູ່ 11 ບ້ານ ພາຍໃນ 4 ຕົວເມືອງ ບັນດາປະກົດການຫຍໍ້ທໍ້ລວມທັງໝົດມີ 14 ກໍລະນີ 2.285 ເປົ້າໝາຍ ຍິງ 49 ເປົ້າໝາຍ, ສາມາດແກ້ໄຂໄດ້ 100% ມີ 8 ກໍລະນີ 1.688 ເປົ້າໝາຍ ຍິງ 33 ເປົ້າໝາຍ ເທົ່າກັບ 73.87%, ຍັງຄ້າງ 6 ກໍລະນີ 597 ເປົ້າໝາຍ ຍິງ 16 ເປົ້າໝາຍ ເທົ່າກັບ 26,13%.

ສາມາດຢຶດຂອງກາງໄດ້ທັັງໝົດມີ ລົດໃຫຍ່ 4 ຄັນ, ລົດຈັກ 25 ຄັນ, ຢາບ້າ 18.150 ເມັດ, ທາດແຕກ ຈໍານວນ 3 ແທ່ງ ນໍ້າໜັກ 8,2 ກິໂລກຼາມ, ກັນຊາແຫ້ງ ຈໍານວນ 37 ເປົາ ນໍ້າໜັກ 485,2 ກິໂລກຼາມ, ປືນປະດິດ 20 ກະບອກ, ປືນລົມ 1 ກະບອກ, ປືນແກັບ 55 ກະບອກ, ຈັກສະຕີນ 22 ເຄື່ອງ, ໝໍ້ຊອດປາ 24 ເຄື່ອງ, ໂທລະສັບ 5 ເຄື່ອງ, ເງິນກີບ 98.131.000 ກີບ, ເງິນໂດລາ 602 ໂດລາ, ເງິນດົ່ງ 1.710.000ດົ່ງ, ເງິນໃບແສນ (ກ໋ອບປີ່) ຈໍານວນ 33 ໃບ, ທໍາລາຍສວນປູກພືດເສບຕິດ (ກັນຊາ) ຈໍານວນ 11 ສວນ, ມີເນື້ອທີ່ 7,5 ເຮັກຕາ.

ການປະເມີນຜົນ ແລະ ຕີລາຄາການປະເມີນ ຢູ່ 11 ບ້ານຫຼ່ໍແຫຼມ ພາຍໃນ 4 ເມືອງ ຂອງແຂວງ ມີປະກົດການຫຍໍ້ທໍ້ທັງໝົດ 14 ກໍລະນີ, ກໍລະນີພົວພັນຢາເສບຕິດ ມີ 791 ເປົ້າໝາຍ, ຫຼຸດລົງ 637 ເປົ້າໝາຍ ຍິງ 13 ເປົ້າໝາຍ; ກໍລະນີດື້ດ້ານບໍ່ຟັງຄວາມການຈັດຕັ້ງ ມີ 148 ເປົ້າໝາຍ, ຫຼຸດລົງ 148 ເປົ້າໝາຍ ຍິງ 5 ເປົ້າໝາຍ; ກໍລະນີຍົກຍ້າຍຖີ່ນຖານບໍ່ຖືກຕ້ອງ ມີ 226 ຄອບຄົວ, ຫຼຸດລົງ 172 ຄອບຄົວ; ກໍລະນີຄອບຄົວບໍ່ມີຄວາມສະຫງົບ ມີ 7 ຄອບຄົວ, ຫຼຸດລົງ 7 ຄອບຄົວ; ກໍລະນີນັກເລັງອັນຕະພານ ມີ 40 ເປົ້າໝາຍ, ຫຼຸດລົງ 40 ເປົ້າໝາຍ, ຂີ້ລັກງັດແງະມີ 28 ເປົ້າໝາຍ, ຫຼຸດລົງ 28 ເປົ້າໝາຍ; ກໍລະນີຄ້າ-ຂາຍເຖື່ອນ ມີ 51 ເປົ້າໝາຍ, ຫຼຸດລົງ 51 ເປົ້າໝາຍ.

ສາມາດປົດບ້ານຫຼໍ່ແຫຼມໄດ້ 11 ບ້ານ ຄື: ບ້ານຜາເມືອງ, ບ້ານບໍ່, ບ້ານຜາໃດ, ບ້ານພູຄຳ, ບ້ານທົ່ງນາມີ, ບ້ານໂພນເມືອງນ້ອຍ, ບ້ານນໍ້າພາວ, ບ້ານນາໂທ, ບ້ານສີວິໄລ, ບ້ານຜາບໍ່ ແລະ ບ້ານຜາຂອດ ອອກຈາກບ້ານຫຼ່ໍແຫຼມ ແລະ ປົດເມືອງບໍລິຄັນ, ເມືອງປາກກະດິງ, ເມືອງຄຳເກີດ ແລະ ເມືອງວຽງທອງ ອອກຈາກເມືອງຫຼ່ໍແຫຼມຄວາມບໍ່ສະຫງົບທາງດ້ານການເມືອງ ໄດ້ສໍາເລັດຕາມແຜນການ.