ໃນວັນທີ 3 ພຶດສະພາ 2023, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Enna EVaint Valdes ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດກູບາ ປະຈໍາ ສປປ ລາວ ເພື່ອຫາລືການກະກຽມໃຫ້ແກ່ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສ.ກູບາ ທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນມິຖຸນາ 2023.

ທ່ານ ນາງ Enna EVaint Valdes ກ່າວວ່າ: ຈຸດປະສົງຂອງການຢ້ຽມຂໍ່ານັບພົບປະໃນຄັ້ງນີ້ ເພື່ອຈະປຶກສາຫາລືການກະກຽມການຕ້ອນຮັບ ທ່ານ Oscar Man uel Silvera Martinez ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສ.ກູບາ ພ້ອມຄະນະ ທີ່ຈະເດືອນທາງມາຢ້ຽມຢາມ ສປປ ລາວ ໃນລະ ຫວ່າງເດືອນມິຖຸນາ 2023 ທີ່ຈະມາເຖິງນີ້.

ເຊິ່ງຈຸດປະສົງການເດີນທາງມາຢ້ຽມຢາມຂອງ ທ່ານລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສ.ກູບາ ແມ່ນເປັນຄັ້ງທໍາອິດ ແລະ ຈະໄດ້ມີແລກປ່ຽນບົດຮຽນກ່ຽວກັບ ວຽກງານລະບົບການສ້າງກົດໝາຍ, ວຽກງານທະບຽນສານ, ວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ການນໍາໃຊ້ລະບົບຄອມພິວເຕີ ໃນການໃຫ້ບໍລິການແກ່ປະຊາຊົນ.

ທ່ານລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ກະຊວງຍຸຕິທໍາລາວ ທີ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບ ວຽກງານການສ້າງ ແລະ ປັບປຸງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການປະຕິບັດຄໍາຕັດສິນຂອງສານ, ການບໍລິການວຽກງານຍຸຕິທໍາ, ການສ້າງບຸກຄະລາກອນກົດໝາຍ ແລະ ການພົວພັນຮ່ວມມືກັບສາກົນທາງດ້ານກົດໝາຍ.

ພ້ອມນີ້, ຍັງຍົກໃຫ້ເຫັນ ສະພາບການເຄື່ອນໄຫວການຮ່ວມມືລະຫວ່າງ ກະຊວງຍຸຕິທໍາ ລາວ ຮ່ວມກັບ ລັດຖະບານ ສ.ກູບາ ເວົ້າລວມ, ເວົ້າສະເພາະ ກໍຄື ການຮ່ວມມືສະເພາະກັບຂະແໜງຍຸຕິທໍາຂອງ ສ.ກູບາ ໃນໄລຍະຜ່ານມາ ແມ່ນຍັງບໍ່ທັນມີເທື່ອ. ສະນັ້ນ, ການຕ້ອນຮັບ ຄະນະລັດຖະມົນຕີ ກະ ຊວງຍຸຕິທໍາ ແຫ່ງ ສ.ກູບາ ໃນຄັ້ງນີ້ ຖືເປັນໂອກາດດີໃນການແລກປ່ຽນບົດຮຽນ ເພື່ອສ້າງສາຍພົວພັນການຮ່ວມມືກັນໃນອະນາຄົດ.

ໃນໂອກາດນີ້, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນໂອກາດດີໃນການສ້າງສາຍພົວພັນອັນດີໃຫ້ແກ່ການຮ່ວມມືຂອງສອງກະຊວງ ພ້ອມທັງສະເໜີໃຫ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັນ ວ່າດ້ວຍ ການຮ່ວມມືລະຫວ່າງ ກະຊວງຍຸຕິທໍາລາວ ແລະ ກະຊວງຍຸຕິທໍາ ສ.ກູບາ ເພື່ອເປັນບ່ອນອີງໃນການຮ່ວມມື ແລະ ການຈັດຕັ້ງປະຕິບັດກິດຈະກໍາໃຫ້ມີປະສິດທິພາບຍິ່ງຂຶ້ນ.