ກອງປະຊຸມຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງວຽງຈັນ ຄັ້ງທີ 8 ສະໄໝທີ V ໄດ້ໄຂຂຶ້ນໃນວັນທີ 5 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພັອ ສົມຄິດ ດວງພະຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກກອງບັນຊາການ, ຄະນະພັກຮາກ ຖານ, ພ້ອມດ້ວຍຄະນະໜ່ວຍພັກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ສະຫາຍ ພັອ ຄໍາສິງ ຮົ່ມດວງໄຊ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານໃນການປະກອບສ່ວນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືໄດ້ເຮັດໃຫ້ແຂວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ປັບປຸງ ກໍ່ສ້າງພັກຢ່າງຮອບດ້ານ ເຮັດໃຫ້ການຈັດຕັ້ງຮາກຖານພັກແຕ່ລະຂັ້ນປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນໄດ້ປະກາດໝ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ໄດ້ 22 ໝ່ວຍພັກ, ກວດກາປະເມີນຜົນນຳສະເໜີຂັ້ນເທິງເພື່ອຮັບຮອງໝ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ໄດ້ 19 ໝ່ວຍພັກ, ຕົກລົງຮັບຮອງແຜນການປະຈໍາປີ 2023 ໃຫ້ໄດ້ 35 ໝ່ວຍພັກ, ຈັດຕັ້ງຮຽນສະໜັບສະໜູນໃຫ້ກັບມະຫາຊົນຜູ້ທີ່ກ້າວໜ້າໄດ້ 1 ຄັ້ງ, ມີ 22 ສະຫາຍ ຍິງ 1 ສະຫາຍ, ຮຽນລະບຽບພັກ 13 ສະຫາຍ ຍິງ 6 ສະຫາຍ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 21 ສະຫາຍ ຍິງ 9 ສະຫາຍ, ເລື່ອນສຳຮອງຂຶ້ນເປັນສະມາຊິກພັກສົມບູນ 27 ສະຫາຍ ຍິງ 6 ສະຫາຍ. ປັດຈຸບັນ, ທົ່ວຄະນະພັກກອງບັນຊາການ ປກສ ແຂວງ ມີສະມ າຊິກພັກ ທັງໝົດ 803 ສະຫາຍ ຍິງ 173 ສະຫາຍ. ຄຽງຄູ່ກັນນັ້ນ, ກໍໄດ້ຊຸກຍູ້ບັນດາຮາກຖານພັກປະຕິບັດລະບອບການຮ່ວມຊີວິດການເມືອງ ພາຍ ໃນພັກປະຈຳເດືອນຢ່າງເປັນປົກກະຕິ.

ໃນໂອກາດນີ້, ສະຫາຍ ພັອ ສົມຄິດ ດວງພະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນໍາພາຂອງຄະນະພັກແຕ່ລະຂັ້ນທີ່ໄດ້ນຳພາສະມາຊິກພັກ, ນາຍ ແລະ ພົນຕຳຫຼວດປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍວິທີ ຖືເອົາວຽກປ້ອງກັນພັກ-ປ້ອງກັນພາຍໃນ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ສ້າງແບບແຜນວິທີນໍາພາ, ແບບແຜນວິທີເຮັດວຽກໃຫ້ທັນສະໄໝກວ່າເກົ່າ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ສຸມໃສ່ເຮັດວຽກງານວິຊາສະເພາະໃຫ້ເປັນຮູບປະທຳ, ຈັດຕັ້ງປະຕິບັດຫຼັກການກໍ່ສ້າງພັກພະນັກງານໃຫ້ມີຄຸນນະພາບ ພ້ອມກັນນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານແຕ່ລະຂົງເຂດວຽກງານໃຫ້ປະກົດຜົນເປັນຈິງ, ສືບຕໍ່ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ, ຕັ້ງໜ້າປະກອບສ່ວນເຂົ້າໃນການສະກັດກັ້ນແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນຖັນແຖວ ສະມາຊິກພັກໃຫ້ຫຼຸດໜ້ອຍຖອຍລົງ.