ໃນໄລຍະເດືອນເມສາ ຫາ ມິຖຸນາ 2023, ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ( ຄພ.ສປສສ ) ກໍໄດ້ສຸມໃສ່ຊີ້ນຳ-ນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອສ້າງໃຫ້ສະມາຊິກພັກ, ພະນັກງານຂອງສານ ມີທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງ, ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາຂອງລັດ ກໍຄື ທິດທາງແຜນພັດທະນາລະບົບສານ.

ໃນກອງປະຊຸມຄົບຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ທີ່ຈັດຂຶ້ນໃນວັນທີ 10 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ເຂົ້າຮ່ວມ, ສະຫາຍ ບຸນຂວາງ ທະວີສັກ ຮອງເລຂາ ຄພ.ສປສສ ກໍໄດ້ລາຍງານກ່ຽວກັບ ການຊີ້ນຳ-ນຳພາຂອງ ຄພ.ສປສສ ໃນ 3 ເດືອນຕົ້ນປີ 2023 ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ ຄື:

ໃນໄລຍະເດືອນເມສາ ຫາ ມິຖຸນານີ້, ຄພ.ສປສສ ກໍໄດ້ສຸມໃສ່ຊີ້ນຳ-ນຳພາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໂດຍການຈັດຕັ້ງເຊື່ອມຊຶມເອກະສານສຳຄັນຕ່າງໆ ເພື່ອສ້າງໃຫ້ສະມາຊິກພັກ, ພະນັກງານຂອງສານ ມີທັດສະນະຫຼັກໝັ້ນການເມືອງທີ່ຖືກຕ້ອງ, ມີຄຸນທາດການເມືອງ, ຈັນຍາບັນ-ຈັນຍາທຳໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີແຮງຈູງໃຈອັນແຮງກ້າ ແລະ ຕື່ນຕົວປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາລະບົບສານປະຊາຊົນ.

ໃນໄລຍະເດືອນມັງກອນ-ມີນາ 2023, ຄພ.ສປສສ ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານການເມືອງ-ແນວຄິດ ແລະ ຖືເປັນວຽກສຳຄັນເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ໂດຍສະເພາະໄດ້ຈັດຕັ້ງເຜີຍແຜ່ເອກະສານຄົ້ນຄວ້າຮໍ່າຮຽນ, ບົດປາຖະກະຖາ, ຄຳແນະນຳ, ມະຕິ, ຄຳສັ່ງຂອງພັກ ເນື່ອງໃນວັນສຳຄັນຂອງຊາດ, ຂອງພັກ ເຊັ່ນ: ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.