ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປິດຝຶກອົບຮົມວຽກງານປ້ອງກັນພາຍໃນ ໃນວັນທີ 12 ພຶດສະພາ 2023, ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ, ມີຄະນະພັກ-ຄະນະອໍານວຍການ, ແຂກຮັບເຊີນ, ພະນັກງານຄູ-ອາຈານ, ນັກວິທະຍາກອນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັອ ປອ ຄໍາສີ ໄຊຍະໂຊກ ຫົວໜ້າຫ້ອງຄຸ້ມຄອງການສຶກສາຫຼັງມະຫາ ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້ ໄດ້ເປີດຂຶ້ນໃນວັນທີ 8 ພຶດສະພາ 2023, ມີຈໍານວນພົນ 49 ສະຫາຍ ຍິງ 9 ສະຫາຍ, ມາຈາກບັນດາກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງ.

ຕະຫຼອດໄລຍະການຝຶກອົບຮົມ 5 ວັນ, ນັກສໍາມະນາກອນ ແມ່ນໄດ້ປະຕິບັດແຜນການຮຽນ-ການສອນ ກໍຄື ຕາຕະລາງຂຶ້ນຫ້ອງໄດ້ຢ່າງເປັນລະບົບຕໍ່ເນື່ອງ ແລະ ຄົບຖ້ວນ ຕາມເນື້ອໃນແຜນການຝຶກອົບຮົມທີ່ໄດ້ກຳນົດໄວ້ ເຊັ່ນ: ໄດ້ຂຶ້ນຫ້ອງຮຽນພື້ນຖານທິດສະດີ ແລະ ໄດ້ຮັບຟັງການລາຍງານສະພາບຄວາມເປັນຈິງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ຢູ່ບັນດາກົມກອງທ້ອງຖິ່ນ ໃນໄລຍະຜ່ານມາ, ສາມາດເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມການຮຽນ-ການສອນ ໄດ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີວຽກງານປ້ອງກັນຄວາມສະຫງົບພາຍໃນ ຢ່າງເປັນລະບົບຄົບຊຸດ ແລະ ຮັບຮູ້ເຂົ້າໃຈເລິກເຊິ່ງກ່ຽວກັບ ບັນດານິຕິກຳຕ່າງໆ ກໍຄື ຂອບເຂດສິດ, ໜ້າທີ່ຂອງຕົນ ແລະ ໄດ້ບົດຮຽນທີ່ສໍາຄັນໃນການຈັດຕັ້ງດຳເນີນວຽກງານປ້ອງກັນຄວາມສະຫງົບພາຍໃນ.

ບົນພື້ນຖານຄວາມຮູ້ດັ່ງກ່າວນັ້ນ, ນັກສໍາມະນາກອນທັງຫຼາຍ ຈະໄດ້ນໍາເອົາບົດຮຽນອັນລໍ້າຄ່າດັ່ງກ່າວນັ້ນ ໄປປັບປຸງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກຂອງຕົນ ໃຫ້ມີຄຸນນະພາບສູງຂຶ້ນຕື່ມອີກບາດກ້າວໜຶ່ງ, ທັງມີຄວາມໜັກແໜ້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ອຸດົມການ ແລະ ພາລະກິດປະຕິວັດຂອງພັກເຮົາ, ໂດຍມັນໄດ້ເປັນການປຸກລະດົມຄວາມກະຕືລືລົ້ນ, ຄວາມຕັດສິນໃຈສູງ ແລະ ນ້ຳໃຈຝົດຟື້ນປະຕິວັດ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ, ເຊິ່ງສາມາດສະຫຼຸບຕີລາຄາ ແລະ ປະເມີນຜົນການຮຽນຂອງນັກສໍາມະນາກອນທຸກຄົນ ສາມາດໄດ້ຮັບໃບຢັ້ງຢືນສຳເລັດການຝຶກອົບຮົມວຽກງານວິຊາສະເພາະ ຂະແໜງປ້ອງກັນຄວາມສະຫງົບພາຍໃນຄັ້ງນີ້ 100%.