ວັນທີ 11 ພຶດສະພາ 2023, ກອງບັນຊາການ ປກສ ແຂວງສາລະວັນ ຈັດພິທີປະກາດການຈັດຕັ້ງຂັ້ນຫ້ອງ, ກອງບັນຊາການ ປກສ ເມືອງ, ໂດຍມີ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາຫ້ອງ, ກອງພັນ, ຄ້າຍຄຸມຂັງດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6, ກອງບັນຊາການ ປກສ 8 ເມືອງ ແລະ ພະແນກອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.

ໃນພິທີ, ພັອ ແພງສີ ໄຊຍະເພັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍນາຍຕຳຫຼວດ ມີທັງໝົດ 29 ສະຫາຍ ເຊິ່ງໄດ້ຕົກລົງແຕ່ງຕັ້ງດັ່ງນີ້:

  • ຂັ້ນຮອງຫົວໜ້າຫ້ອງ 17 ສະຫາຍ, ຂັ້ນຫົວໜ້າກອງບັນຊາການ ປກສ ເມືອງ 5 ສະຫາຍ
  • ຂັ້ນຮອງຫົວໜ້າກອງບັນຊາການ ປກສ ເມືອງ 14 ສະຫາຍ
  • ຮອງຫົວໜ້າຄ້າຍຄຸມຂັງດັດສ້າງ ນາໄຊ  2 ສະຫາຍ
  • ຮອງຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6 ຈຳນວນ 2 ສະຫາຍ
  • ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ 3 ສະຫາຍ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ພົຈວ ສີເສີດ ສອນດາລາ ໄດ້ເນັ້ນ ໃຫ້ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ  ສັບຊ້ອນໃໝ່ຄັ້ງນີ້ໃຫ້ເພີ່ມທະວີໃນການ ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ໄດ້ຮັບການມອບໝາຍ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີທັດ ສະນະຫຼັກໝັ້ນ, ຊື່ສັດເປັນກາງ, ເປັນ   ແບບຢ່າງທີ່ດີໃຫ້ກັບພະນັກງານຮຸ້ນສືບ ທອດປ່ຽນແທນ, ເພີ່ມທະວີການຮັກສາ ທັດສະນະ, ຮັກສາມູນເຊື້ອ ແລະ ປົກ ປັກຮັກສາສັງຄົມໃຫ້ມີຄວາມເປັນລະ ບຽບຮອບຮ້ອຍ ແລະ ປອດໄພ.