ໃນວັນທີ 12 ພຶດສະພາ 2023, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ V ແຂວງຄຳມ່ວນ ຈັດພິທີເປີດຊຸດຮຽນໃຫ້ນັກຮຽນນາຍສິບ ຮຸ່ນທີ XV, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ຄະນະພັກ-ຄະນະກອງບັນຊາການ, ຄະນະອໍານວຍການ, ແຂກຮັບເຊີນ, ຄູ-ອາຈານ ຕະຫຼອດຮອດນັກຮຽນ ເຂົ້າຮ່ວມ.

ພັທ ມະໄລທອງ ໄຊຍະຈັກ ຫົວໜ້າອຳນວຍການໂຮງຮຽນ ໄດ້ຜ່ານແຜນການຮຽນ-ການສອນຊຸດຮຽນວິຊາສະເພາະຊັ້ນຕົ້ນ ຮຸ່ນທີ XV ໃຫ້ຮູ້ວ່າ:

ຊຸດຮຽນວິຊາສະເພາະຊັ້ນຕົ້ນ ຮຸ່ນທີ XV ມີນັກຮຽນທັງໝົດ 300 ສະຫາຍ ຍິງ 91 ສະຫາຍ, ກໍານົດເວລາຮຽນ 1 ປີ, ມີ 3 ໝວດວິຊາຮຽນ ຄື: ໝວດວິຊາຄວາມຮູ້ເບື້ອງຕົ້ນຂອງ ກຳລັງປ້ອງກັນຄວາມສະຫງົບ ມີ 2 ວິຊາ, ໝວດວິຊາຄວາມຮູ້ທົ່ວໄປ ມີ 4 ວິຊາ ແລະ ໝວດວິຊາພື້ນຖານວິຊາສະເພາະ ມີ 11 ວິຊາ.

ຈຸດປະສົງໃນການເປີດຊຸດຮຽນຄັ້ງນີ້ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່, ຕ້ອງຮັບປະກັນໃນການຮຽນ-ການສອນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ, ສຶກສາອົບຮົມທາງດ້ານການເມືອງນໍາພາ-ແນວຄິດ ໃຫ້ນັກຮຽນແຕ່ລະສະຫາຍ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີລະບຽບວິໄນເຂັ້ມງວດ.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ໃຫ້ທິດຊີ້ນຳມາຍັງຄູ-ອາຈານ ຜູ້ສົ່ງທອດບົດຮຽນທິດສະດີ ຕ້ອງໄດ້ກັ່ນກອງສັງລວມຢ່າງມີຈຸດສຸມ. ພ້ອມກັນນັ້ນ, ກໍຮຽກຮ້ອງມາຍັງບັນດາສະຫາຍນັກຮຽນ ຕ້ອງເອົາໃຈໃສ່ຍາດແຍ່ງເອົາຄວາມຮູ້ຈາກຄູ-ອາຈານ ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງແຕ່ລະວິຊາໃຫ້ໄດ້ດີ, ເມື່ອຮຽນຈົບອອກໄປ ສາມາດນໍາເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຢູ່ໃນ ກົມກອງ ໃຫ້ມີປະສິດທິຜົນສູງ.